ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ພັນ​ລະ​ຍາ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກູ​ເວດ, ອານ​ເຊ​ເຣຍ, ອາບ​ຟ​ຼິກ​ກາ​ໃຕ້

ການເດີນທາງໄປປະຕິງານຂອງ ທ່ານນາຍົກລັດຖະມົນຕີ ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເຂດຕາເວັນອອກກາງ, ອາບຟຼິກກາ, ໃນນັ້ນມີສາມປະເມດ ອາບຟຼິກກາໃຕ້, ກູເວດ, ອານເຊເຣຍ.
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ (ພາບ: VGP/Nhật Bắc)
ຕອນເຊົ້າວັນທີ 16 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຍັງກູເວດ ແລະ ອານເຊເຣຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ການເຄື່ອນໄຫວສອງຝ່າຍ ຢູ່ອາບຟຼິກກາໃຕ້ ນັບແຕ່ວັນທີ 16 – 24 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກູເວດ Ahmed Abdullah Al-Ahmad Al Sabah, ທ່ານນາຍົກລັດຖະມົນຕີ ສ.ອານເຊເຣຍ Sifi Ghrieb ແລະ ທ່ານປະທານາທິບໍດີ ສ.ອາບຟຼິກກາໃຕ້ Cyril Ramaphosa - ປະທານ G20 ປີ 2025. ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເຂົ້າຮ່ວມກອງປະຊຸມສຸດຍອດ G20 ສະແດງໃຫ້ເຫັນ ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບບັນດາສະມາຊິກ G20 ແລະ ບັນດາຄູ່ຮ່ວມມືສາກົນ, ຢັ້ງຢືນບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງສາກົນນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນນັບມື້ນັບຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຢູ່ບັນດາກອງປະຊຸມ, ເວທີປາໄສຫຼາຍຝ່າຍ. ພ້ອມກັນນັ້ນ, ການເດີນທາງໄປປະຕິງານຂອງ ທ່ານນາຍົກລັດຖະມົນຕີ ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເຂດຕາເວັນອອກກາງ, ອາບຟຼິກກາ, ໃນນັ້ນມີສາມປະເມດ ອາບຟຼິກກາໃຕ້, ກູເວດ, ອານເຊເຣຍ.

top