ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ ຄັ້ງ​ທີ 48 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງ​ລັດ​ຖະບານ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 02 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ ແລະ ເຂົ້າຮ່ວມການພົບປະລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ເຊິ່ງດຳເນີນແຕ່ວັນທີ 2 – 3 ທັນວາ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ (ພາບ: VGP)
ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ຕອນເຊົ້າວັນທີ 02 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເດີນທາງໄປຍັງປະເທດລາວ ແລະ ເຂົ້າຮ່ວມການພົບປະລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ - ລາວ, ເຊິ່ງດຳເນີນແຕ່ວັນທີ 2 – 3 ທັນວາ. ໃນກອງປະຊຸມຄັ້ງນີ້,  ຄະນະຜູ້ແທນລັດຖະບານສອງປະເທດຈະຕີລາຄາສະພາບການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງໃນແຜນການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ປີ 2025; ພ້ອມທັງແລກປ່ຽນ, ເປັນເອກະພາບຕໍ່ທິດທາງ ແລະ ໜ້າທີ່ຮ່ວມມືໃນໄລຍະ 2026 – 2030 ແລະ ປີ 2026, ເພື່ອຫັນບົດສະຫຼຸບຂອງກອງປະຊຸມກົມການເມືອງສອງປະເທດໃຫ້ເປັນລະອຽດ. ໃນຂອບເຂດກອງປະຊຸມ, ສອງຝ່າຍກໍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ, ປະກອບສ່ວນຫັນທິດການຮ່ວມມືລະຫວ່າງສອງລັດຖະບານໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

top