ຕອນເຊົ້າວັນທີ 16 ມີນາ, ຢູ່ແຂວງ ຫວິງຝຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ແລະ ປຸກລະດົມຂະບວນການແຂ່ງຂັນກໍ່ສ້າງໂຄງການສາຍສົ່ງໄຟຟ້າ 500 KV ລ່າວກາຍ - ຫວິງອຽນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
ເມື່ອກ່າວຄຳເຫັນໃນພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຢາກເຕີບໂຕເສດຖະກິດ ບໍ່ອາດຂາດພະລັງງານໄດ້, ພິເສດແມ່ນລະດັບການເຕີບໂຕຂົງເຂດໄຟຟ້າຕ້ອງໄວກວ່າທົບ 1,5 ເທົ່າເມື່ອທຽບໃສ່ການເຕີບໂຕດ້ານເສດຖະກິດ ແລະ ໃສ່ໃຈວ່າ ການຫຼຸດຜ່ອນ ແລະ ລົບລ້າງບັນດາລະບຽບການບໍລິຫານທີ່ບໍ່ຈຳເປັນ; ແບ່ງຂັ້ນ, ແບ່ງສິດອຳນາດ ແລະ ຈັດແບ່ງແຫຼ່ງກຳລັງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ຕ້ອງຜັນຂະຫຍາຍໂຄງການດັ່ງກ່າວພາຍໃນ 6 ເດືອນ, ແນ່ນອນວ່າ ຕ້ອງປະຕິບັດສຳເລັດກ່ອນວັນທີ 31 ສິງຫາ 2025 ດ້ວຍຄຳຂັວນທີ່ວ່າ “ຄວາມຄືບໜ້າໄວກວ່າ; ຄຸນນະພາບດີກວ່າ; ລາຄາຖືກກວ່າ; ປອດໄພ, ມີປະສິດທິຜົນກວ່າ; ປະຕິບັດວຽກງານໜູນຊ່ວຍສັງຄົມໄດ້ດີກວ່າ; ຮັບປະກັນຮັກສາສະພາບແວດລ້ອມໃຫ້ດີກວ່າ.