ວັນທີ 25 ມິຖຸນາ, ເມື່ອເຂົ້າຮ່ວມວາລະສົນທະນານະໂຍບາຍດ້ວຍຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ທຽນຊີນ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນກວ່າ 100 ທ່ານ ເຊິ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ກຽກກີສະຖານ Adylbek Kasimalyev (ພາບ: TTXVN)
ເມື່ອຕອບຄຳຖາມກ່ຽວກັບຜົນກະທົບຈາກສະພາບຄວາມສັບສົນຂອງພູມີສາດການເມືອງຕໍ່ການພັດທະນາຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ:
“ຫວຽດນາມ ມີຄວາມດຸ່ນດ່ຽງຍ້ອນອີງໃສ່ຫຼັກການແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ແຕ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ເດີນຕາມແນວທາງການປ້ອງກັນຊາດ 4 ບໍ່: ບໍ່ເຂົ້າຮ່ວມສຳພັນທະມິດດ້ານການທະຫານ, ບໍ່ໄປຕາມປະເທດນີ້, ຕ້ານຄືນປະເທດອື່ນ, ບໍ່ໃຫ້ປະເທດອື່ນນຳໃຊ້ຜືນແຜ່ນດິນຂອງປະເທດຕົນເພື່ອຕ້ານຄືນປະເທດທີ 3; ບໍ່ຖະແຫຼງ ແລະ ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ”.
ກ່ຽວກັບບັນດາບຸລິມະສິດດ້ານນະໂຍບາຍຂອງ ຫວຽດນາມ ເພື່ອຮັບປະກັນຄວາມເປັນເຈົ້າຕົນເອງທາງດ້ານເສດຖະກິດໃນຂະນະທີ່ສືບຕໍ່ເຊື່ອມໂຍງເຂົ້າເສດຖະກິດທົ່ວໂລກຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າກຳນົດວ່າຢາກສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນອີງໃສ່ຊັບພະຍາກອນມະນຸດ ຫວຽດນາມ. ສອງແມ່ນອີງໃສ່ຊັບພະຍາກອນທຳມະຊາດຂອງ ຫວຽດນາມ. ທີສາມແມ່ນອີງໃສ່ມູນເຊື້ອປະຫວັດສາດວັດທະນະທຳອັນສະຫງ່າອົງອາດໄລຍະກວ່າ 4.000 ປີ ເພື່ອສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຢັ້ງຢືນທັດສະນະແຫຼ່ງກຳລັງພາຍໃນແມ່ນພື້ນຖານ, ຍຸດທະສາດຍາວນານ ແມ່ນປັດໄຈຕັດສິນ, ແຕ່ແຫຼ່ງກຳລັງຈາກພາຍນອກກໍມີຄວາມສຳຄັນຍິ່ງ, ບຸກທະລຸແມ່ນ: ທຶນຮອນ, ລະບອບລະບຽບການເສດຖະກິດການຕະຫຼາດ, ເຕັກໂນໂລຢີ, ການຄຸ້ມຄອງ ແລະ ແຫຼ່ງຊັບພະຍາກອນມະນຸດ.”
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບການນຳຂອງປະເທດ ແລະ ອົງການຈຳນວນໜຶ່ງ ເຊັ່ນ: ທ່ານປະທານາທິບໍດີ ເອກວາດໍ Daniel Noboa; ທ່ານນາຍົກລັດຖະມົນຕີ ກຽກກີສະຖານ Adylbek Kasimalyev; ທ່ານນາຍົກລັດຖະມົນຕີ ເຊເນການ Ousmane Songko ເພື່ອແນໃສ່ຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ; ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ກອງທຶນລົງທຶນແຫ່ງຊາດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີ; ພົບປະກັບທ່ານ Peter Brabeck-Letmathe, ປະທານຊົ່ວຄາວ ເວທີປາໄສເສດຖະກິດໂລກ (WEF) ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong.