ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ
ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ກາຕາ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອນຳມາເຊິ່ງສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ແລະ ພາກພື້ນ ດ້ວຍຈິດໃຈສາມັກຄີເພື່ອສ້າງກຳລັງແຮງ, ຮ່ວມມືກັນເພື່ອສ້າງແຫຼ່ງກຳລັງ, ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມ ກຽມພ້ອມຮ່ວມມື, ໜູນຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານກັບ ກາຕາ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍຢ່າງຮີບດ່ວນ; ສ້າງເງື່ອນໄຂໃຫ້ ຫວຽດນາມ ສຳຜັດກັບບັນດາສາງສຳຮອງນ້ຳມັນນອກເຂດອ່າວກັບ ກາຕາ, ສົມທົບກັນສ້າງສາງສຳຮອງນ້ຳມັນພາກພື້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານເອກອັກຄະລັດຖະທູດ Khalid Ali Abdullah Abel ໃຫ້ຮູ້ວ່າ ຈະສືບຕໍ່ຊຸກຍູ້ບັນດາເນື້ອໃນຮ່ວມມື ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຕື້ອງເຖິງ, ໂດຍຖືວ່າ ສອງຝ່າຍຕ້ອງຄິດໄລ່ເຖິງເລື່ອງສືບຕໍ່ຊຸກຍູ້ການຮ່ວມມືຢ່າງແຂງແຮງກວ່າ ດ້ວຍຈິນຕະນາການໃໝ່, ວາງອອກບັນດາແຜນຜັງພັດທະນາທີ່ເໝາະສົມ.