ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ວິ​ສາ​ຫະ​ກິດ ຫວຽດ​ນາມ - ຈີນ ເປັນ​ເສົາ​ຄ້ຳ​ສຳ​ຄັນ​ເພື່ອ​ເຊື່ອ​ມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ

ຕອນບ່າຍວັນທີ 24 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ທຽນຊີນ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ຈີນ ດ້ວຍຫົວຂໍ້ “ການຮ່ວມມືພັດທະນາພື້ນຖານໂຄງລ່າງ, ການບໍລິການການເງິນທັນສະໄໝ, ຊຸກຍູ້ຄວາມສາມາດຜະລິດໃນພື້ນຖານພະລັງງານສີຂຽວ, ການຜະລິດອັດສະລິຍະ ແລະ ນະວັດຕະກຳ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີເວທີປາໄສ

ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືພັດທະນາດ້ານເສດຖະກິດແບບຍືນຍົງ ແມ່ນປັດໄຈຫຼັກແຫຼ່ງແກ່ນສານເພື່ອຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕ, ແມ່ນສະຖານທີ່ລົງທຶນທີ່ປອດໄພ, ດູດດື່ມຂອງບັນດາວິສາຫະກິດ, ຄູ່ຮ່ວມມື, ນັກລົງທຶນສາກົນ; ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ປະຕິຮູບລະບອບລະບຽບການ, ພັດທະນາເສດຖະກິດເອກະຊົນ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ວິສາຫະກິດສອງປະເທດ ຫວຽດນາມ - ຈີນ ກາຍເປັນເສົາຄ້ຳສຳຄັນເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ.

        “ການຮ່ວມມືເພື່ອຜົນປະໂຫຍດລວມ, ສ້າງການພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຂ້າພະເຈົ້າຖືການປະກອບສ່ວນຂອງບັນດາວິສາຫະກິດເປັນສຳຄັນ, ພິເສດສຳລັບບົດບາດສຳຄັນຂອງວິສາຫະກິດ ເປັນເສົາຄ້ຳເຊື່ອມຕໍ່ 2 ພື້ນຖານເສດຖະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາວິສາຫະກິດ ຈີນ ມາດຳເນີນທຸລະກິດຢູ່ ຫວຽດນາມ ຈະໄດ້ຮັບມູນຄ່າເພີ່ມສູງກວ່າ, ພິເສດ, ຮ່ວມມືໃນບັນດາຂົງເຂດຄື ພັດທະນາສີຂຽວ, ພັດທະນາເສດຖະກິດດີຈີຕອນ, ພັດທະນາເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ ແມ່ນບໍ່ມີຂອບເຂດຈຳກັດ”.

ໂດຍຕາງໜ້າໃຫ້ຫຼາຍວິສາຫະກິດ ຈີນ ເຂົ້າຮ່ວມເວທີປາໄສ, ທ່ານ Jonathan Choi ກຳມະການຜູ້ປະຈຳການຄະນະປຶກສາການເມືອງແຫ່ງຊາດ ຈີນ, ປະທານກຸ່ມບໍລິສັດ Sunwah ຮົ່ງກົງ (ຈີນ) ໄດ້ຕີລາຄາວ່າ ບັນດາວິສາຫະກິດສອງປະເທດມີກຳລັງບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງໃນຫຼາຍຂົງເຂດ. ທ່ານ Jonathan Choi ແບ່ງປັນວ່າ:

        “ກຸ່ມບໍລິສັດ Sunwah ຮົ່ງກົງ ໄດ້ລົງທຶນ ແລະ ຕິດພັນກັບ ຫວຽດນາມ ກວ່າເຄິ່ງສະຕະວັດແລ້ວ, ພວກຂ້າພະເຈົ້າ ຍາມໃດກໍມີຄວາມເຊື່ອໝັ້ນຕໍ່ປະເທດທີ່ຂະຫຍັນຂັນເຄື່ອນນີ້, ຈະສືບຕໍ່ລົງທຶນຢູ່ ຫວຽດນາມ, ຄຽງບ່າຄຽງໄຫຼ່ພ້ອມກັບບັນດາວິສາຫະກິດ ຫວຽດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາເສີມຂະຫຍາຍບົດບາດເປັນຜູ້ເຊື່ອມຕໍ່ ແລະ ຍົກລະດັບຄຸນຄ່າ, ຊຸກຍູ້ການຮ່ວມມືຮອບດ້ານ ຈີນ - ຫວຽດນາມ ໃນບັນດາຂົງເຂດການຄ້າ, ອຸດສາຫະກຳ, ການເງິນ ແລະ ພື້ນຖານໂຄງລ່າງໃຫ້ເປັນຢ່າງດີ.”


top