ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ.
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ເຮັດວຽກຢູ່ສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ (ພາບ: VOV)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ໃນສັງກາດບຸກບືນຂອງຊາດ, ພັກກຳນົດ, ພັດທະນາວິທະຍາສາດ, ເຕັກໂນໂລຢີແມ່ນ “ບຸກທະລຸສຳຄັນແຖວໜ້າ”; ການພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມສວມບົດບາດເປັນ “ໃຈກາງ”; ພັດທະນາວັດທະນະທຳ, ມະນຸດເປັນ “ພື້ນຖານ”.ໄລຍະຈະມາເຖິງ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສາມັກຄີ, ສຸມໃສ່ຄົ້ນຄວ້າ; ສ້າງປະເທດ ຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ, ທ່ານກ່າວວ່າ:
“ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດມີບົດບາດສຳຄັນໃນການເພີ່ມພູນຄູນສ້າງພື້ນຖານທາງດ້ານແນວຄິດ, ກຳນົດທິດລະບົບມູນຄ່າ, ພັດທະນາວັດທະນະທຳ ແລະ ພູມປັນຍາສັງຄົມ, ສ້າງກຳລັງແຮງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງປະສິດທິຜົນການຮ່ວມມືສາກົນ… ຖັນແຖວບັນດານັກວິທະຍາສາດສັງຄົມ ແມ່ນກຳລັງສຳຄັນ, ປະກອບສ່ວນສະໜອງ “ວິນຍານ” ໃຫ້ແກ່ການພັດທະນາ, ເສີມຂະຫຍາຍສີສັນ, ປັບປຸງກຳລັງແຮງພາຍໃນ ແລະ ຍົກສູງກຳລັງແຮງອ່ອນຂອງຊາດ”.