ນີ້ແມ່ນແຜນນະໂຍບາຍວັດທະນະທຳມະນຸດຂອງພັກ, ລັດ, ຮັບປະກັນສະຫວັດດີການ, ຄວາມກ້າວໜ້າ ແລະ ຄວາມ ຍຸຕິທຳທາງສັງຄົມ, ຮັບປະກັນສິດທິມະນຸດ, ສິດພົນລະເມືອງ; ໜູນຊ່ວຍຜູ້ມີຄວາມສ່ຽງສູງ, ປະສົບກັບຄວາມຫຍຸ້ງຍາກ, ຜູ້ເປັນໄວໜູ່ມ ແລະ ແມ່ນກຳລັງໜູນໃຫ້ແກ່ການພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນເຊົ້າວັນທີ 16 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບການປະຕິບັດດັດຊະນີພັດທະນາເຮືອນຢູ່ສັງຄົມ 7 ເດືອນຂອງປີ 2025 ແລະ ແຜນການຜັນຂະຫຍາຍ 5 ເດືອນຍັງເຫຼືອຂອງປີນີ້.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນແຜນນະໂຍບາຍວັດທະນະທຳມະນຸດຂອງພັກ, ລັດ, ຮັບປະກັນສະຫວັດດີການ, ຄວາມກ້າວໜ້າ ແລະ ຄວາມ ຍຸຕິທຳທາງສັງຄົມ, ຮັບປະກັນສິດທິມະນຸດ, ສິດພົນລະເມືອງ; ໜູນຊ່ວຍຜູ້ມີຄວາມສ່ຽງສູງ, ປະສົບກັບຄວາມຫຍຸ້ງຍາກ, ຜູ້ເປັນໄວໜູ່ມ ແລະ ແມ່ນກຳລັງໜູນໃຫ້ແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີ ສະເໜີສືບຕໍ່ປະຕິບັດສຳເລັດກ່ຽວກັບລະບອບລະບຽບການ, ວິວັດການເຮັດວຽກ, ພິເສດແມ່ນຄວາມຕັດສິນໃຈສູງ, ມານະພະຍາຍາມໃຫຍ່, ມີການກະທຳຢ່າງຂຽວຂາດ ເພື່ອປະຕິບັດສຳເລັດ 100.000 ຫຼັງໃນປີ 2025. ທ່ານໃຫ້ຮູ້ວ່າ:
ບັນດາໜ້າທີ່ມາດຕະການນັບແຕ່ປັດຈຸບັນຈົນຮອດທ້າຍປີ 2025 ແມ່ນມານະພະຍາຍາມປະຕິບັດສຳເລັດດັດຊະນີກໍ່ສ້າງເຮືອນຢູ່ສັງຄົມ 100.000 ຫຼັງ. ດັດຊະນີນີ້ແມ່ນໃຫຍ່ທີ່ສຸດ, ມີຄວາມຫຍຸ້ງຍາກໃນການປະຕິບັດ, ແຕ່ວ່າໃນເງື່ອນໄຂປັດຈຸບັນຕ້ອງປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງ, ມີການກະທຳຢ່າງຂ້ຽວຂາດ ພວກເຮົາຈຶ່ງປະຕິວັດໄດ້. ຮ່າໂນ້ຍ, ນະຄອນໂຮ່ຈີມິນ ຕ້ອງຕັ້ງໜ້າພັດທະນາເຮືອນຢູ່ສັງຄົມ, ມີນະໂຍບາຍພັດທະນາເຮືອນຢູ່ສັງຄົມໃຫ້ແກ່ກຳລັງປະກອບອາວຸດ, ເສີມຂະຫຍາຍກຳລັງແຮງທີ່ມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ