ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າບັນດານັກຊ່ຽວຊານ, ນັກວິທະຍາສາດດີເດັ່ນໃນຂົງເຂດສາທາລະນະສຸກ ແລະ ຜູ້ອຳນວຍການບັນດາໂຮງໝໍຂັ້ນສູນກາງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 71 ປີ (27 ກຸມພາ).
ບັນຍາກາດການພົບປະ (ພາບ: VOV)
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງຂະແໜງສາທາລະນະສຸກ, ຖັນແຖວທ່ານໝໍ, ແພດໝໍ ດ້ວຍຄຳຂວັນທີ່ວ່າ “ຮັກສາຄຸນສົມບັດຂອງແພດໝໍ - ມີເຕັກນິກວິຊາການທີ່ໝັ້ນແກ່ນ - ຍົກລະດັບວິຊາການແພດ - ຜ່ານຜ່າສິ່ງທ້າທາຍ - ທັງໝົດເພື່ອປະຊາຊົນ” ແລະ ສະເໜີ “ຂະແໜງສາທາລະນະສຸກບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ”. ທ່ານກ່າວວ່າ:
“ບໍ່ເວົ້າບໍ່, ບໍ່ເວົ້າຍາກ, ບໍ່ເວົ້າມີແຕ່ບໍ່ເຮັດ; ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບ; ບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ. ບັນດາແພດໝໍ, ສາດສະດາຈານຂອງພວກເຮົາເກັ່ງຫຼາຍ ແລະ ມີຄວາມອົດທົນສູງທີ່ສຸດ. ໂອກາດເຖິງວ່າໜ້ອຍສຸດ ແຕ່ກໍຫັນເປັນໂອກາດໃໝ່ເພື່ອກູ້ເອົາຊີວິດ. ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ. ມີໂຮງໝໍຫຼາຍແຫ່ງ ບໍ່ພຽງແຕ່ມີໂຮງໝໍຂັ້ນສູນກາງເທົ່ານັ້ນ ຫາກນັບທັງໂຮງໝໍທ້ອງຖິ່ນກໍເຮັດສິ່ງດັ່ງກ່າວໄດ້ດີທີ່ສຸດ.”