ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນຄຳຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ; ຮຽກຮ້ອງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນຕ້ອງຕິດພັນກັບການປະຕິບັດການ “ປະຕິວັດ” ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນ (ພາບ: TTXVN)
ຕອນເຊົ້າວັນທີ 18 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນພັດທະນາຖານຂໍ້ມູນກ່ຽວກັບຊຸມຊົນ, ກຳນົດລະຫັດປະຈຳຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022 – 2025, ວິໄສທັດຮອດປີ 2030 (ແຜນຮ່າງ 06), ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນຄຳຮຽກຮ້ອງພາວະວິໄສ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ; ຮຽກຮ້ອງການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນຕ້ອງຕິດພັນກັບການປະຕິບັດການ “ປະຕິວັດ” ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ; ຍູ້ແຮງການຫັນເປັນປະເທດດີຈີຕອນ; ຫຼຸດຜ່ອນ, ຫັນລະບຽບການບໍລິຫານເປັນງ່າຍດາຍ; ພັດທະນາພົນລະເມືອງດີຈີຕອນຢ່າງຮອບດ້ານ; ດ້ວຍຈິດໃຈປັບປຸງກົງຈັກກະທັດລັດ, ຖານຂໍ້ມູນເຊື່ອມຕໍ່, ການບໍລິຫານໂດຍອັດສະລິຍະ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງ ແລະ ຍື່ນປະກາດໃຊ້ໂຄງການແຫ່ງຊາດພັດທະນາເຕັກໂນໂລຢີ ແລະ ອຸດສາຫະກຳຍຸດທະສາດ.