ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ແລະ ສິງ​ກະ​ໂປ ເຂົ້າ​ຢ້ຽມ​ອຳ​ລາ

ຕອນບ່າຍວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດປະເທດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ແລະ ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ທີ່ໄດ້ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດປະເທດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດໃນການຊຸກຍູ້ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ຢ່າງແຮງ. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເມື່ອເດືອນ ມີນາ  2025. ການພົວພັນດ້ານເສດຖະກິດ ແມ່ນຈຸດເດັ່ນໃນການຮ່ວມມືສອງຝ່າຍ, ດ້ວຍວົງເງິນການຄ້າບັນລຸ 16,7 ຕື້ USD ໃນປີ 2024. ສາຍພົວພັນ ຫວຽດນາມ - ສິງກະໂປ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນບັນດາຊ່ອງທາງ, ບັນດາຂົງເຂດໃນສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນໂດເນເຊຍ ແລະ ສິງກະໂປ.


top