ປີ APEC 2027 ຈັດຂຶ້ນຢູ່ ຝູກວັກ ແລະ 8 ທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ.
ປຸກລະດົມຂະບວນການແຂ່ງຂັນສ້າງພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ເປັນມິດ ຕິດພັນກັບເຫດການ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມເວທີປາໄສເສດຖະກິດ ອາຊີ-ປາຊີຟິກ (APEC) 2027. ນັ້ນແມ່ນຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ ປະທານສະພາແຂ່ງຂັນ ຍ້ອງຍໍສູນກາງ ທີ່ວາລະປະຊຸມຄັ້ງທີ 3 ຂອງສະພາ ແນໃສ່ຕີລາຄາວຽກງານແຂ່ງຂັນ ຍ້ອງຍໍປີ 2026 ແລະ ກຳນົດໜ້າທີ່ຈຸດສຸມປີ 2027 ຈັດຂຶ້ນໃນຕອນບ່າຍວັນທີ 19 ພະຈິກຢູ່ ຮ່າໂນ້ຍ.
ກ່ຽວກັບປີ APEC 2027, ຈັດຂຶ້ນຢູ່ ຝູກວັກ ແລະ 8 ທ້ອງຖິ່ນໃນທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີປຸກລະດົມນັບແຕ່ເດືອນທັນວາປີ 2026. ຂະບວນການແຂ່ງຂັນສ້າງງະພາບແວດລ້ອມສະຫວ່າງ-ສີຂຽວ-ສະອາດ-ສວຍງາມ, ພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ເປັນມິດ, ເປີດອົກເປີດໃຈ, ມີຄວາມຮັບຜິດຊອບຕໍ່ປະຊາຄົມໂລກ. ຫຼາຍຄຳເຫັນທີ່ວາລະປະຊຸມກໍ່ເຫັນດີນຳຂໍ້ສະເໜີນີ້. ທ່ານນາງ ຫວໍ້ທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ສະເໜີວ່າ:
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ APEC 2027, ແມ່ນໂອກາດສຳຄັນເພື່ອໂຄສະນາກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ, ກໍ່ແມ່ນໂອກາດເພື່ອພັດທະນາອຸດສາຫະກຳວັດທະນະທຳ. ດັ່ງນັ້ນ, ອາດຈະຄົ້ນຄ້ວາຮູບແບບການປຸກລະດົມການແຂ່ງຂັນທີ່ກ່ຽວຂ້ອງເຖິງວັດທະນະທຳ ເພື່ອຕິດພັນກັບສັບປະດາ APEC, ສ້າງເປັນບັນຍາກາດແຂ່ງຂັນທີ່ຟົດຟື້ນມ່ວນຊື່ນ ບໍ່ພຽງແຕ່ຂອງ ຝູກວັກ ເທົ່ານັ້ນ, ຫາກຍັງຂອງທົ່ວປະເທດອີກດ້ວຍ.