ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ອວຍ​ພອນ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ຕ້ອນ​ຮັບ​ບຸນ​ເຕັດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຕາມ​ຈັນ​ທະ​ປະ​ຕິ​ທິນ

ໃນສະພາບການສາກົນໃນປັດຈຸບັນ, ຍີ່ປຸ່ນ ມີຄວາມປາດຖະໜາວ່າ ຈະສວມບົດບາດໃຫຍ່ກວ່າເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງປະຊາຄົມສາກົນ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi (ພາບ: FRANCK ROBICHON/REUTERS)

ວັນທີ 16 ກຸມພາ, ກ່ອນຈຸດເວລາຕ້ອນຮັບບຸນປີໃໝ່ປີມະເມຍຂອງປະຊາຊົນບາງປະເທດ ອາຊີ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi ໄດ້ລົງຄຳອວຍພອນດ້ວຍພາສາ ຍີ່ປຸ່ນ, ພາສາຈີນ ແລະ ອັງກິດ ໃນເວັບໄຊຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

        ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ Takaichi ໃຫ້ຮູ້ວ່າ ໃນສະພາບການສາກົນໃນປັດຈຸບັນ, ຍີ່ປຸ່ນ ມີຄວາມປາດຖະໜາວ່າ ຈະສວມບົດບາດໃຫຍ່ກວ່າເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງປະຊາຄົມສາກົນ. ເນື່ອງໃນໂອກາດປີໃໝ່, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ໂລກຈະມີສັນຕິພາບ ແລະ ປີນີ້ ຈະແມ່ນປີທີ່ນັບມື້ນັບມີຫຼາຍຄົນມີຊີວິດທີ່ສະຫງົບສຸກ.


top