ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ອວຍ​ພອນ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ​ຄົນ​ໃໝ່

ທ່ານນາຍົກລັດຖະມົນຕີ Hun Manet ຢັ້ງຢືນລະດັບຄວາມສຳຄັນຂອງສັນຕິພາບ, ການຮ່ວມດຳລົງຊີວິດແບບປອງດອງ ແລະ ວັດທະນາຖາວອນລວມ ສຳລັບສອງປະເທດ. ທ່ານສະແດງຄວາມຫວັງວ່າລັດຖະບານສອງປະເທດຈະສາມາດພ້ອມກັນປັບປຸງການພົວພັນທີ່ມີຄວາມເຄັ່ງຕຶງໃນຊຸມປີມໍ່ໆມານີ້.
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີຄົນທີ 32 ຂອງໄທ (ພາບ: THX/TTXVN)

ໜັງສືພິມ Khmer Times  ໄດ້ລົງຂ່າວວ່າ, ວັນທີ 7 ກັນຍາ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານ ອະນຸທິນ ຊານວີຣະກຸນ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີຄົນທີ 32 ຂອງໄທ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຈະໄດ້ຮັບການປັບປຸງ. ທ່ານນາຍົກລັດຖະມົນຕີ Hun Manet ຢັ້ງຢືນລະດັບຄວາມສຳຄັນຂອງສັນຕິພາບ, ການຮ່ວມດຳລົງຊີວິດແບບປອງດອງ ແລະ ວັດທະນາຖາວອນລວມ ສຳລັບສອງປະເທດ. ທ່ານສະແດງຄວາມຫວັງວ່າລັດຖະບານສອງປະເທດຈະສາມາດພ້ອມກັນປັບປຸງການພົວພັນທີ່ມີຄວາມເຄັ່ງຕຶງໃນຊຸມປີມໍ່ໆມານີ້.

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ຊີ້ແຈ້ງວ່າດ້ວຍຄຳໝັ້ນສັນຍາລວມຂອງສອງຝ່າຍໃນການສ້າງການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ, ປະຊາຊົນສອງປະເທດຈະມີຄວາມວັດທະນາຖາວອນ ແລະ ພັດທະນາໃນຄວາມປອງດອງກັນໄດ້. ການນຳກຳປູເຈຍ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບທ່ານນາຍົກລັດຖະມົນຕີ ໄທຄົນໃໝ່ເພື່ອຟື້ນຟູສະພາບການນການພົວພັນສອງຝ່າຍໃຫ້ເປັນປົກກະຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຫັນເຂດຊາຍແດນຮ່ວມກາຍເປັນຊາຍແດນແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນລວມ.


top