ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ  

ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ວາລະປະຊຸມເພື່ອແນໃສ່ສຳຫຼວດກວດຄືນການປະຕິບັດບັນດາໜ້າທີ່ ທີ່ໄດ້ວາງອອກຢູ່ກອງປະຊຸມຄັ້ງກ່ອນໆ; ວາງອອກບັນດານະໂຍບາຍ, ມາດຕະການໃນໄລຍະຈະມາເຖິງ. ພິເສດຄະນະຊີ້ນຳຜັນຂະຫຍາຍປະຕິບັດຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງບັນດາບຸລິມະສິດໄລຍະຈະມາເຖິງ, ລະອຽດດັ່ງນີ້:    

     “ສ້າງກົນໄກຊີ້ນຳ, ບໍລິຫານຢູ່ຂັ້ນລັດຖະບານຢ່າງເປັນທາງການ ເພື່ອຈັດຕັ້ງຜັນຂະຫຍາຍໂຄງການພັດທະນາເຕັກໂນໂລຢີຍຸດທະສາດ. ສຳຫຼວດກວດຄືນ, ສຳເລັດບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ, ຜະລິດຕະພັນເຕັກໂນໂລຢີຍຸດທະສາດເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນເດືອນ ເມສາ 2026. ສະເໜີສ້າງໜ່ວຍປະຕິບັດງານລັດຖະບານ ກ່ຽວກັບການພັດທະນາເຕັກໂນໂລຢີຍຸດທະສາດ ໂດຍສະຫາຍ ຮອງນາຍົກລັດຖະມົນຕີເປັນຫົວໜ້າ, ເຕັກໂນໂລຢີຍຸດທະສາດຕ້ອງເລີ່ມຈາກສະພາບການຕົວຈິງ, ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ”.


top