ວັນທີ 15 ກັນຍາ, ທ່ານນາງ Sushila Karki ນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ປະກາດພາກສ່ວນຄະນະລັດຖະບານທຳອິດຈຳນວນໜຶ່ງ ໃນສະພາບການປະເທດນີ້ພວມມານະພະຍາຍາມຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງການແຫ່ຂະບວນປະທ້ວງຈະລາຈົນ ເຮັດໃຫ້ອຳນາດການປົກຄອງເກົ່າຖືກລົ້ມລະລາຍ.
ລັດຖະມົນຕີໃໝ່ 3 ທ່ານຂອງ ເນປານ ສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 15/9 (ພາບ: REUTERS/Navesh Chitrakar)
ຕາມນັ້ນແລ້ວ, ທ່ານ Rameshore Prasad Khanal ອະດີດລັດຖະມົນຕີການເງິນ ຈະກັບຄືນດຳລົງຕຳແໜ່ງດັ່ງກ່າວ. ທ່ານ Kulman Ghising, ອະດີດຜູ້ອຳນວຍການຝ່າຍບໍລຫານ ບໍລິສັດພະລັງງານໄຟຟ້າ ເນປານ ຈະຮັບຜິດຊອບ 3 ກະຊວງ ລວມມີ: ກະຊວງພະລັງງານ, ຊັບພະຍາກອນນ້ຳ ແລະ ຊົນລະປະທານ; ກະຊວງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ ແລະ ກະຊວງພັດທະນາຕົວເມືອງ. ໃນຂະນະນັ້ນ, ທ່ານ Om Prakash Aryal ທະນາຍຄວາມ ຜູ້ທີ່ເຄີຍເປັນທີ່ປຶກສາດ້ານກົດໝາຍໃຫ້ແກ່ເຈົ້າຄອງນະຄອນ Kathmandu ຈະຮັບຜິດຊອບບັນດາກະຊວງ ຄື: ກະຊວງພາຍໃນ, ກະຊວງກົດໝາຍ, ຍຸຕິທຳ ແລະ ບັນດາບັນຫາສະພາແຫ່ງຊາດ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 12 ກັນຍາ ຜ່ານມາ, ທ່ານນາງ Sushila Karki ອະດີດປະທານສານ ໄດ້ສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການດ້ວຍການເປັນສັກຂີພິຍານຂອງທ່ານ Ramchandra Paudel ປະທານາທິບໍດີ, ອັນໄດ້ຂີດໝາຍບາດລ້ຽວປະຫວັດສາດຂອງ ເນປານ ເມື່ອກາຍເປັນນາຍົກລັດຖະມົນຕີຊົ່ວຄາວຍິງຄົນທຳອິດຂອງປະເທດ ອາຊີໃຕ້ ນີ້.