ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ເຫຼົ່າທັບປ້ອງກັນອາກາດ (ພາບ: VOV)
ຕອນເຊົ້າວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບ-ຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ສະເຫຼີມສະຫຼອງ 62 ປີແຫ່ງວັນມູນເຊື້ອຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ (ວັນທີ 20 ຕຸລາ 1963 – 22 ຕຸລາ 2025).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
“ກຳແໜ້ນສະພາບການ, ເປັນເຈົ້າການຍຸດທະສາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນຢູ່ເທິງອາກາດ ແລະ ໃນທຸກແນວຮົບ. ທີສອງ, ເຫຼົ່າທັບຕ້ອງເປັນແບບຢ່າງ, ນຳໜ້າໃນຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ຫັນເປັນກຳລັງທັນສະໄໝ. ທີສາມ, ພັດທະນາກຳລັງບົນຈິດໃຈ “3 ບໍ່” ນັ້ນແມ່ນ: ບໍ່ໝິ່ນປະໝາດ, ລະເຫຼີງ, ຂາດສະຕິລະວັງຕົວ; ບໍ່ກະເຫຼີມຕົນ, ພໍໃຈກັບສິ່ງທີ່ພວມມີ, ພໍໃຈກັບຜົນງານທີ່ບັນລຸໄດ້; “ອອກເຄື່ອນທັບຕ້ອງຮັບໄຊຊະນະ”