ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ຈິດໃຈແຂ່ງຂັນຕ້ອງເລີ່ມມາຈາກ ລົມຫາຍໃຈໃນການດຳລົງຊີວິດ”, ຖືຜະລິດຕະພັນແມ່ນໄມ້ວັດແທກ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປະທານສະພາແຂ່ງຂັນມອບລາງວັນສູນກາງ ເປັນປະທານກອງປະຊຸມ (ພາບ: VNA)
ຕອນບ່າຍວັນທີ 6 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປະທານສະພາແຂ່ງຂັນມອບລາງວັນ ສູນກາງໄດ້ເປັນປະທານກອງປະຊຸມຄັ້ງທີ 2, ສະຫຼຸບເບື້ອງຕົ້ນໜ້າທີ່ປະຕິບັດການແຂ່ງຂັນ, ມອບລາງວັນ 6 ເດືອນຕົ້ນປີ 2026, ຜັນຂະຫຍາຍໜ້າທີ່ຈຸດສຸມ 6 ເດືອນທ້າຍປີ 2026.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ຈິດໃຈແຂ່ງຂັນຕ້ອງເລີ່ມມາຈາກ ລົມຫາຍໃຈໃນການດຳລົງຊີວິດ”, ຖືຜະລິດຕະພັນແມ່ນໄມ້ວັດແທກ. ການແຂ່ງຂັນບໍ່ສາມາດແມ່ນບັນດາຂະບວນການທີ່ມີລັກສະນະຮູບແບບ, ເກັ່ງໃຈ ຫຼື ເພື່ອຜົນງານ, ຫາກຍັງຕ້ອງຕິດແທດກັບໝາກຜົນສຸດທ້າຍແມ່ນ ປະກອບສ່ວນຫຍັງແດໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ໃຫ້ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊີວິດຂອງປະຊາຊົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຮຽກຮ້ອງຕ້ອງປະຕິຮູບການປະຕິບັດລະບຽບການບໍລິຫານໃນວຽກງານແຂ່ງຂັນ, ມອບລາງວັນຢ່າງຂ້ຽວຂາດ.
ປະຕິຮູບການປະຕິບັດລະບຽບການບໍລິຫານໃນວຽກງານແຂ່ງຂັນມອບລາງວັນ. ຍູ້ແຮງການໝູນໃຊ້ເຕັກໂນໂລຢີດີຈີຕອນ, ເປັນຕົ້ນແມ່ນປັບປຸງວິທີການຕີລາຄາການແຂ່ງຂັນ, ໃຫ້ຄະແນນຕ້ອງອີງຕາມຂໍ້ມູນຕົວຈິງ ແລະ ຕາມຂັ້ນຕອນພາວະວິໄສ, ໂປ່ງໃສ. ຫຼຸດຜ່ອນຢ່າງສຸດຂີດການປະຕິບັດລະບຽບການບໍລິຫານ ແລະ ເອກະສານເຈຍໃຫ້ແກ່ຂັ້ນຮາກຖານ. ວິວັດການຕ້ອງເຮັດແນວໃດເພື່ອຮັບປະກັນຖືກຕ້ອງ, ຊັດເຈັນ, ຖືກກັບເປົ້າໝາຍ ແລະ ລວມສຸມໃຫ້ແກ່ຂັ້ນຮາກຖານ ເຊິ່ງແມ່ນຜູ້ຄົນປະກອບສ່ວນໂດຍກົງເຂົ້າຜະລິດຕະພັນສຸດທ້າຍໃຫ້ມີໝາກຜົນ.