ຂ່າວສານ

ນາຍ​ພົນ ອິນ​ເດຍ ປະ​ທັບ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ກະ​ໂດດ​ຂັ້ນ​ຂອງ ຫວຽດ​ນາມ ພາຍຫຼັງ 50 ປີທ້ອນ​ໂຮມ​ປະ​ເທດເປັນເອກະພາບ

ວັນທີ 30 ເມສາ 1975 ແມ່ນວັນປະຫວັດສາດບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນເຫດການສຳລັບທຸກປະເທດທີ່ປາດຖະໜາມຸ່ງໄປເຖິງຄວາມເສລີພາບ ແລະ ຄວາມເປັນເອກະພາບ, ສະຖຽນລະພາບອີກດ້ວຍ.
ນາຍພົນ P.K Chakravorty, ອະດີດທູດທະຫານ ອິນເດຍ ປະຈຳ ຫວຽດນາມ ໃນໄລຍະ 1996 – 1999 (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30/4/1975-30/4/2025) ເມືອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ New Delhi,  ນາຍພົນ P.K Chakravorty, ອະດີດທູດທະຫານ ອິນເດຍ ປະຈຳ ຫວຽດນາມ ໃນໄລຍະ 1996 – 1999, ຢັ້ງຢືນວ່າ ວັນທີ 30 ເມສາ 1975 ແມ່ນວັນປະຫວັດສາດບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນເຫດການສຳລັບທຸກປະເທດທີ່ປາດຖະໜາມຸ່ງໄປເຖິງຄວາມເສລີພາບ ແລະ ຄວາມເປັນເອກະພາບ, ສະຖຽນລະພາບອີກດ້ວຍ. ເມື່ອສະແດງຄວາມປະທັບໃຈຕໍ່ບັນດາຄວາມຄືບໜ້າກະໂດດຂັ້ນຂອງ ຫວຽດນາມ ພາຍຫຼັງ 50 ປີ, ທ່ານ P.K Chakravorty, ຖືວ່າ ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນປັດໄຈພື້ນຖານ, ສວມບົດບາດສຳຄັນໃນວິວັດການພັດທະນາໃນປັດຈຸບັນຂອງ ຫວຽດນາມ, ຊ່ວຍປະເທດພັດທະນາໃນທຸກຂົງເຂດ. ໃນສັງກາດໃໝ່, ຫວຽດນາມ ສືບຕໍ່ຮັກສາສິລະປະທາງການທູດຢ່າງປິຊາສາມາດ, ຄວາມສາມັກຄີທົ່ວປວງຊົນທັງຊາດສົມທົບກັບຄວາມສາມາດໄຫວພິບ ແລະ ຍອມຮັບປ່ຽນແປ່ງ ເພື່ອຫັນປະເທດຊາດເປັນທັນສະໄໝ. ຫວຽດນາມ ມີຄວາມສາມາດຫັນເປັນອັດຕະໂນມັດ, ໝູນໃຊ້ປັນຍາປະດິດ, ພັດທະນາເຄື່ອຂ່າຍອິນເຕີເນັດ, ເຂດອາວະກາດຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ, ເພີ່ມທະວີການຮ່ວມມືສາກົນ ເພື່ອແນໃສ່ເປີດກາລະໂອກາດໃໝ່, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ.


top