ຂ່າວສານ

ນາຍົກລັດຖະມົນຕີ Liechtenstein ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຢ່າງເປັນທາງການ

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ Liechtenstein ຕໍ່ ຫວຽດນາມ
ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein, ໄດ້ມາຮອດ ຮ່າໂນ້ຍ (ພາບ: VTC) ຕອ​ນ​ຄ່ຳວັນທີ 17 ຕຸລາ, ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechten. (ພາບ: VNA)

ຕອ​ນ​ຄ່ຳວັນທີ 17 ຕຸລາ, ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein, ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດ, ແຕ່ວັນທີ 17 - 19 ຕຸລາ, ຕາມຄຳເຊີນຂອງທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ.

ກ່ອນການຢ້ຽມຢາມ, ທ່ານນາງ ເຈົາມາຍແອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ, ທັງ​ຮັບໜ້າທີ່ຢູ່ Liechtenstein ​ໃຫ້​ຂໍ້​ສັງ​ເກດ​ວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດ​ໝາຍສຳຄັນ, ສະແດງໃຫ້ເຫັນ​ການ​ຖື​ເປັນ​ສຳ​ຄັນຂອງ Liechtenstein ຕໍ່ ຫວຽດນາມ, ພ້ອມ​ທັງ ສ້າງ​ກຳ​ລັງ​ໜູນຕື່ມອີກ​ເພື່ອ​ນຳ​ການ​ພົວ​ພັນສອງ​ຝ່າຍ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ​ມີປະສິດທິຜົນ.

ຈຸດ​ເວ​ລາ​ດຳ​ເນີນການຢ້ຽມຢາມ​ເມື່ອ ຫວຽດ​ນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ​ຫາກໍ່​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ເສ​ລີ​ໃນເດືອນ ກໍລະກົດ 2026. ນີ້ຈະເປັນຂອບເຂ​ດສຳຄັນເພື່ອ​ສືບ​ຕໍ່ເປີດກວ້າງ ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ Liechtenstein ແລະ ບັນ​ດາ​ປະ​ເທດ EFTA ຕື່ມອີກ.


top