ນີ້ແມ່ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພ້ອມນັ້ນແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດນັບແຕ່ປີ 2018.
ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ທີ່ສະໜາມບິນ ສາກົນ Esenboga
ຕອນຄ່ຳວັນທີ 28 ພະຈິກ (ຮຸ່ງເຊົ້າວັນທີ 29 ພະຈິກ ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Esenboga ຢູ່ນະຄອນຫຼວງ Ankara, ປະເທດ ຕວກກີ, ເລີ່ມຕົ້ນການຢ້ຽມຢາມຕວກກີ ຢ່າງເປັນທາງການໃນວັນທີ 29 – 30 ພະຈິກ, ຕາມຄຳເຊີນຂອງລັດຖະບານ ສ ຕວກກີ.
ນີ້ແມ່ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພ້ອມນັ້ນແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດນັບແຕ່ປີ 2018. ຄາດວ່າ, ໃນ ການເຄື່ອນໄຫວຢ້ຽມຢາມຕວກກີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຈລະຈາ, ພົບປະກັບທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan, ທ່ານຮອງປະທານາທິບໍດີ ຕວກກີ Cevdet Yilmaz, ທ່ານປະທານສະພາແຫ່ງຊາດ ຕວກກີ Numan Kurtulmus…
ພາຍຫຼັງ 45 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (7/6/1978 – 7/6/2023), ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຕວກກີ ໄດ້ພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ຄື: ການເມືອງ, ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ… ສອງປະເທດແບ່ງປັນຫຼາຍຈຸດຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ການພັດທະນາປະເທດຊາດ.