ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ສ້າງ ແລະ ພັດທະນາລັດຖະບານດີຈີຕອນ ແມ່ນທ່າອ່ຽງທີ່ຈໍາເປັນຕ້ອງເປັນໄປ

      ຕອນເຊົ້າວັນທີ 19 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ຈັດຕັ້ງພິທີເປີດສະຫຼອງລະບົບຂໍ້ມູນລາຍງານແຫ່ງຊາດ, ສູນຂໍ້ມູນ, ຊີ້ນໍາ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ປະກາດບໍລິການສາທາລະນະທາງອອນລາຍ ທີ 1.000 ໃນປະຕູຖານການບໍລິການສາທາລະນະແຫ່ງຊາດ.

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ:VOV)
      ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ການສ້າງ ແລະ ພັດທະນາລັດຖະບານດີຈີຕອນ ແມ່ນທ່າອ່ຽງທີ່ຈໍາເປັນຕ້ອງເປັນໄປ, ເພື່ອແນໃສ່ຍົກສູງລັກສະນະເປີດເຜີຍ, ໂປ່ງໃສຂອງລັດຖະບານ, ຍູ້ຖອຍໄພສໍ້ລາດບັງຫຼວງ ແລະ ຟຸມເຟືອຍ; ປີ 2020 ແມ່ນປີຫັນເປັນດີຈີຕອນແຫ່ງຊາດ, ແມ່ນປີເລີ່ມດໍາເນີນກິດຈະການມຸ່ງໄປສູ່ ປະເທດ “ຫວຽດນາມ ດີຈີຕອນ”.
        “ພວກເຮົາຕ້ອງສືບຕໍ່ປ່ຽນແປງໃໝ່ໃນການຜັນຂະຫຍາຍການສ້າງລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ຕິດພັນກັບການປະຕິຮູບການບໍລິຫານສາທາລະນະ ກັບການຫັນເປັນດີຈີຕອນໃນການເຄື່ອນໄຫວຂອງອົງການລັດ. ຕ້ອງຊຸກຍູ້ການເຊື່ອມຕໍ່ການຕິດຕໍ່ພົວພັນຢ່າງແຮງ ແລະ ສະໜອງບັນດາການບໍລິການສາທາລະນະຢ່າງມີປະສິດທິຜົນ ລະຫວ່າງ ລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການຄຸ້ມຄອງບໍລິຫານທຸກຂັ້ນ, ອົງການການເມືອງ - ສັງຄົມ ທີ່ກ່ຽວຂ້ອງ”.
        ກ່ຽວກັບປະຕູຖານສາທາລະນະແຫ່ງຊາດ, ທ່ານນາຍົກລັດຖະມົນຕີຊີ້ນໍາໃຫ້ປະຕິບັດການໂຮມບັນດາການບໍລິການສາທາລະນະທີ່ຈໍາເປັນເຂົ້າກັນຄື ການນໍາເຂົ້າ - ສົ່ງອອກ, ທີ່ດິນ, ການກໍ່ສ້າງ, ແຮ່ທາດ, ພາສີອາກອນ, ຄ່າໂຮງໝໍ, ຄ່າຮຽນ...
(ແຫຼ່ງຄັດຈາກ VOV)


top