ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ

ບັນລຸລະດັບດີພໍສົມຄວນ, ພິເສດແມ່ນໃນສະພາບການ ແຂວງ ກວາງບີ່ງ ແມ່ນແຂວງຖືກຜົນສະທ້ອນຫຼາຍຢ່າງຈາກໄພທຳມະຊາດ ແລະ ຖືກເສຍຫາຍໜັກໜ່ວງຈາກກໍລະນີມົນລະພິດທະເລກ່ອນນີ້.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ
ຕອນບ່າຍວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກວາງບີ່ງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງແຂວງ ກວາງບີ່ງ ມີຄວາມສາມັກຄີ, ຕິດພັນກັບບັນດາແຜນນະໂຍບາຍຂອງສູນກາງ ແລະ ລັດຖະບານໃນການຊີ້ນຳບໍລິຫານ, ປ່ຽນແປງໃໝ່ການພັດທະນາ, ຄວາມມານະພະຍາຍາມໃນບັນດາການເຄື່ອນໄຫວສົ່ງເສີມດຶງດູດການລົງທຶນ. ດັ່ງນັ້ນ, ແຂວງບັນລຸໄດ້ໝາກຜົນດ້ານເສດຖະກິດ ສັງຄົມຮອບດ້ານໃນໄລຍະຜ່ານມາ, ໃນນັ້ນ ມີຫຼາຍມາດຕະຖານຄືລາຍຮັບງົບປະມານ, ການເຕີບໂຕ…ບັນລຸລະດັບດີພໍສົມຄວນ, ພິເສດແມ່ນໃນສະພາບການ ແຂວງ ກວາງບີ່ງ ແມ່ນແຂວງຖືກຜົນສະທ້ອນຫຼາຍຢ່າງຈາກໄພທຳມະຊາດ ແລະ ຖືກເສຍຫາຍໜັກໜ່ວງຈາກກໍລະນີມົນລະພິດທະເລກ່ອນນີ້. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຂວງ ຄວນສືບຕໍໍ່ຊຸກຍູ້ການພັດທະນາທ່າແຮງດ້ານການທ່ອງທ່ຽວ, ຍູ້ແຮງການດຶງດູດການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ປະກອບຄຳເຫັນກ່ຽວກັບບາງຂໍ້ສະເໜີແນະຂອງແຂວງ ກ່ຽວກັບການພັດທະນາໄຟຟ້າພະລັງງານແສງຕາເວັນ, ພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ.
(ແຫຼ່ງຄັດຈາກ VOV)

top