ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳ ລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay

ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ຂອງກຳປູເຈຍ, ວັນທີ 13 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໂທລະສັບໄປອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: TTXVN)

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ປະຊາຊົນຫວຽດນາມ ເຖິງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ແລະ ກຳປູເຈຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ປະຊາຊົນລາວ ແລະ ກຳປູເຈຍ ຈະສືບຕໍ່ຍາດໄດ້ຜົນງານຢ່າງໃຫຍ່ຫຼວງກວ່າອີກໃນປີໃໝ່. ນາຍົກລັດຖະມົນຕີ 3 ທ່ານໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ, ເພື່ອການພັດທະນາຮຸ່ງເຮືອງສີວິໄລ ແລະ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ 3 ປະເທດ.

(ແຫຼ່ງຄັດຈາກ VOV)


top