ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ໄດ້ນຳໜ້າຄະນະ
ຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກ ກຳປູເຈຍມາຢ້ຽມຢາມຫວຽດນາມ
(ພາບ: VGP)
ຕອບສະໜອງຕາມຄຳເຊີນ ຂອງ ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Samdech Akka Moha Sena Padei Techo Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກ ກຳປູເຈຍມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20/12 ເຖິງວັນທີ 21/12/2016. ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃນຫຼາຍຂົງເຂດ, ເປັນຕົນແມ່ນດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ ແລະ ທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)