ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 - 29 ເມສາ.
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru
ຕອນເຊົ້າວັນທີ 28 ເມສາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 - 29 ເມສາ.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Ishiba Shigeru ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງ ແລະ ກໍ່ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ ພາຍຫຼັງສອງປະເທດຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມ ວັດທະນາຖາວອນຢູ່ອາຊີ ແລະ ໃນໂລກ ເມື່ອເດືອນ ພະຈິກ 2023.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Ishiba Shigeru ໄດ້ຈັດຂຶ້ນ ຕາມພິທີສູງສຸດ ທີ່ສະຫງວນໃຫ້ແກ່ນາຍົກລັດຖະມົນຕີຕ່າງປະເທດ ມາຢ້ຽມຢາມ ຫວຽດນາມ. ພາຍຫຼັງພິທີ, ນາຍົກລັດຖະມົນຕີສອງທ່ານ ໄດ້ເດີນທາງໄປຍັງ ສຳນັກງານລັດຖະບານເພື່ອດຳເນີນການພົບປະເຈລະຈາ.