ຂ່າວສານ

ນາຍົກລັດຖະມົນຕີ ຊີ້ນຳປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ຢ່າງເດັດຂາດ

ແຕ່ວັນທີ 04 – 11 ພະຈິກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດສຳເລັດ 31/66 ໜ້າທີ່ (ເພີ່ມຂຶ້ນ 8 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ).
(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມ)

ໂດຍປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU; ຢຸດຕິສະພາບການປາຫາຢ່າງຜິດກົດໝາຍດ້ວຍທຸກວິທີ; ສ້າງການຫາປາດ້ວຍຄວາມຮັບຜິດຊອບ, ຊອກຫາໄດ້ຕົ້ນກຳເນີດ, ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄັ້ງທີ 21 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຈັດຂຶ້ນໃນຕອນບ່າຍວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ. ວາລະປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນເຂດແຄມທະເລ.

ແຕ່ວັນທີ 04 – 11 ພະຈິກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດສຳເລັດ 31/66 ໜ້າທີ່ (ເພີ່ມຂຶ້ນ 8 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ), ພວມຜັນຂະຫຍາຍ 35 ໜ້າທີ່ຕາມຄວາມຄືບໜ້າຂອງນາຍົກລັດຖະມົນຕີມອບໃຫ້. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນອາທິດຈະມາເຖິງ ບັນດາທ້ອງຖິ່ນຕ້ອງແກ້ໄຂບັນດາການລະເມີດກົດໝາຍໃນການຂຸດຄົ້ນ IUU ຢ່າງເດັດຂາດ.

“ຫົວໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮັບຜິດຊອບໂດຍກົງຢ່າງຮອບດ້ານຕໍ່ລັດຖະບານ, ນາຍົກລັດຖະມົນຕີ ຖ້າຫາກປະໃຫ້ເກີດເຫດກຳປັ່ນຫາປາລະເມີດ, ເຮັດໃຫ້ການແກ້ໄຂບັດເຫຼືອງ IUU ຖືກຊັກຊ້າ; ຕ້ອງສຸມໃສ່ເດືອນຈຸດສຸມໃນການຕ້ານການຂຸດຄົ້ນ IUU ເປັນຢ່າງສູງ; ຢຸດຕິສະພາບຫາປາແບບຜິດກົດໝາຍດ້ວຍທຸກວິທີໃນທັນທີ”.


top