ຂ່າວສານ

ນາຍົກລັດຖະມົນຕີອະນຸມັດຜ່ານແຜນຮ່າງພັດທະນາຕົວເມືອງອັດສະລິຍະແບບຍືນຍົງຢູ່ ຫວຽດນາມ

      ຮອດປີ 2025, ປະຕິບັດໄລຍະທີ 1 ການທົດລອງພັດທະນາຕົວເມືອງອັດສະລິຍະ. ກຳນົດທິດຮອດປີ 2030 ປະຕິບັດສຳເລັດການທົດລອງໄລຍະ I
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ອະນຸມັດຜ່ານແຜນຮ່າງພັດທະນາຕົວເມືອງແບບຍືນຍົງ ຫວຽດນາມ ໄລຍະ 2018 – 2025 ແລະ ກຳນົດທິດຮອດປີ 2030. ແຜນຮ່າງສູ້ຊົນຮອດປີ 2020 ສ້າງພື້ນຖານນິຕິກຳ ພັດທະນາຕົວເມືອງອັດສະລິຍະ, ດຳເນີນວຽກງານກະກຽມລົງທຶນຜັນຂະຫຍາຍທົດລອງຢູ່ບັນດາເຂດຕົວເມືອງ ແລະ ຕົວເມືອງ.
        ຮອດປີ 2025, ປະຕິບັດໄລຍະທີ 1 ການທົດລອງພັດທະນາຕົວເມືອງອັດສະລິຍະ. ກຳນົດທິດຮອດປີ 2030 ປະຕິບັດສຳເລັດການທົດລອງໄລຍະ I, ສ້າງຕັ້ງລະບົບຕົວເມືອງ ອັດສະລິຍະຢູ່ພາກເໜືອ, ພາກກາງ, ພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ຖືຮ່າໂນ້ຍ, ນະຄອນໂຮ່ຈີມິນ, ນະຄອນ ດ່ານັ້ງ, ນະຄອນ ເກີນເທີ ແມ່ນແກ່ນສານ, ສ້າງຕັ້ງເຄືອຂ່າຍເຊື່ອມຕໍ່ບັນດາຕົວເມືອງອັດສະລິຍະ.
 (ແຫຼ່ງຄັດຈາກ VOV)


top