ສ້າງສະຖິຕິ ທີ່ບໍ່ເຄີຍມີມາກ່ອນ ໃນງານມະຫາກຳກິລາ ຊີເກມ ຄັ້ງ ທີ 32(SEA Games 32)ເມື່ອເປັນນັກກິລາ ຄົນທຳອິດ ແລະ ໜຶ່ງດຽວ ສາມາດຍາດໄດ້ 2ຫຼຽນຄຳ ໃນ 2ລາຍການ ທີ່ດຸເດືອດທີ່ສຸດ ພາຍໃນເວລາປະມານ 20ນາທີ, ນາງ ຫງວຽນທິແອວງ (ອາ ຍຸ 28ປີ) ຢູ່ໝູ່ບ້ານ ໝີ໊ຮ່າ, ເມືອງ ລ້າງຢາງ, ແຂວງ ບັກຢາງ) ໄດ້ກາຍເປັນຈຸດສຸມ ຂອງໜັງສືພິມ ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຕົກຕະລຶງ.
ສ້າງສະຖິຕິ ທີ່ບໍ່ເຄີຍມີມາກ່ອນ ໃນງານມະຫາກຳກິລາ ຊີເກມ ຄັ້ງ ທີ 32(SEA Games 32)ເມື່ອເປັນນັກກິລາ ຄົນທຳອິດ ແລະ ໜຶ່ງດຽວ ສາມາດຍາດໄດ້ 2ຫຼຽນຄຳ ໃນ 2ລາຍການ ທີ່ດຸເດືອດທີ່ສຸດ ພາຍໃນເວລາປະມານ 20ນາທີ, ນາງ ຫງວຽນທິແອວງ (ອາ ຍຸ 28ປີ) ຢູ່ໝູ່ບ້ານ ໝີ໊ຮ່າ, ເມືອງ ລ້າງຢາງ, ແຂວງ ບັກຢາງ) ໄດ້ກາຍເປັນຈຸດສຸມ ຂອງໜັງສືພິມ ທັງພາຍໃນ ແລະ ຕ່າງ ປະເທດ, ເຮັດໃຫ້ທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຕົກຕະລຶງ.
ນາງ ຫງວຽນທິແອວງ ເຂົ້າຮ່ວມການແຂ່ງຂັນ ຢ່າງດີເລີດ ແລະ ຍາດໄດ້ຫຼຽນຄຳ ໃນການແລ່ນ 5.000 ມ ຍິງ ດ້ວຍຜົນງານ17 ນາ ທີ 00 ວິນາທີ 28 ທີ່ SEA Games 32. ພາບ: ຫງວຽນຕ໋ຽນຕ໋ວນ ບັນດາສິ່ງມະຫັດສະຈັນ ກ່ຽວກັບ ແລ່ນ ແລະ ລານ
ທີ່ SEA Games 32, ນາງ ຫງວຽນທິແອວງ ເປັນນັກກິລາ ຍາດໄດ້ ຫຼຽນຄຳ ຫຼາຍທີ່ສຸດ ໃຫ້ທີມ ຫວຽດນາມ (ລາຍການບຸກຄົນ), ກັບ 4 ຫຼຽນຄຳ ໃນລາຍການແລ່ນ 1.500 ມ, 5.000 ມ, 10.000 ມ ແລະ 3.000 ມ ຜ່ານສິ່ງກີດຂວາງ. ພິເສດ, ນັກແລ່ນ ຊາວ ບັກຢາງ ໄດ້ສ້າງຄວາມປະທັບໃຈເປັນພິເສດ ເມື່ອຍາດໄດ້ 2 ຫຼຽນຄຳ ໃນລາຍການແລ່ນ 1.500 ມ ແລະ 3.000 ມ ຜ່ານສິ່ງກີດຂວາງ ໃນເວລາ 20 ນາທີ. ດ້ວຍຜົນງານ 4 ຫຼຽນຄຳ ໃນແຂ່ງຂັນແລ່ນ ແລະ ລານ, ນີ້ແມ່ນນັກກິລາ ຫວຽດນາມ ຄົນທຳອິດ ທີ່ຍາດໄດ້ຫຼຽນຄຳ ຫຼາຍທີ່ສຸດໃນ SEA Games ຄັ້ງໜຶ່ງ.
ໃນເດືອນ ສິງຫາ 2018, ທີ່ງານມະຫາກຳ Asiad 18 ຈັດຂຶ້ນຢູ່ນະ ຄອນຫຼວງ ຈາກາຕາ, ອິນໂດເນເຊຍ ນາງ ຫງວຽນທິແອວງ ໄດ້ເຂົ້າຮ່ວມ ລາຍການແຂ່ງຂັນ ຜ່ານສິ່ງກີດຂວາງ 3.000 ມ ແລະ ຍາດໄດ້ຫຼຽນທອງ ປະຫວັດສາດ ໃຫ້ປະເພດກິລາແລ່ນ ແລະ ລານ ຫວຽດນາມ. ນີ້ເປັນຄັ້ງທຳອິດ ຫວຽດນາມ ຄວ້າໄດ້ຫຼຽນ ໃນລາຍ ການນີ້ ດ້ວຍຜົນງານ 9 ນາທີ 43 ວິນາທີ 83, ນາງ ແອວງ ໄດ້ທຳລາຍສະ ຖິຕິແຫ່ງຊາດ ຂອງ ນັກກິລາຍິງລຸ້ນກ່ອນ ຫງວຽນທິເຟືອງ ເຖິງ 19,15 ວິນາທີ.
ໃນປີ 2019, ນາງ ແອວງ ສືືບຕໍ່ເຂົ້າຮ່ວມ SEA Games 30 ທີ່ປະ ເທດ ຟີລິບປິນ ແລະ ຍາດໄດ້ຜົນງານທີ່ດີເລີດ ເມື່ອປ້ອງກັນ ໄດ້ 2 ຫຼຽນຄຳ ໃນງານມະຫາກຳກິລາ ຄັ້ງກ່ອນ ແລະ ຄວ້າຫຼຽນຄຳ ເປັນ ຄັ້ງທຳອິດ ໃນລາຍການແຂ່ງຂັນຜ່ານສິ່ງກີດຂວາງ 3.000 ມ. ໃນ ງານມະຫາກຳ ຄັ້ງນີ້, ດ້ວຍຜົນງານ 10 ນາທີ 00 ວິນາທີ 02 ໃນລາຍການແຂ່ງຂັນ ຜ່ານສິ່ງກີດຂວາງ 3.000 ມ, ນາງ ຫງວຽນທິແອວງ ໄດ້ສ້າງສະຖິຕິໃໝ່ ຂອງ SEA Games ເມື່ອໄວກວ່າສະຖິ ຕິເກົ່າ 0,56 ວິນາທີ ໂດຍ Rini Budiarti ສ້າງໄວ້ ໃນ SEA Games 26.
ວິກິດການໄວອາຍຸຊາວປີ
ນາງ ຫງວຽນທິແອວງ ກຳເນີດໃນຄອບຄົວ ເຮັດອາຊີບ ກະສິກຳ ຢ່າງດຽວ ຢູ່ບ້ານ ຍ່ວນ, ຕາແສງ ໝີ໊ຮ່າ, ເມືອງ ລ້າງຢາງ, ແຂວງ ບັກຢາງ. ນາງ ເປັນລູກຄົນທີ 7 ໃນຄອບຄົວ ທີ່ມີ ອ້າຍເອື້ອຍນ້ອງ 8 ຄົນ. ເມື່ອມີອາຍຸ 15 ປີ, ນາງ ຫງວຽນທິແອວງ ໄດ້ເລີ່ມອາຊີບ ເປັນນັກກິລາ ແລ່ນ ແລະ ລານ. ໃນມື້ທຳອິດ ທີ່ຄະນະນັກກິລາແຂວງຄັດ ເລືອກນັກຮຽນ, ສາວນ້ອຍ ຫງວຽນທິແອວງ ໄດ້ລົງທະບຽນເຂົ້າຮ່ວມ. ແຕ່ເນື່ອງຈາກຮູບຮ່າງທີ່ຈໍາກັດ ກັບນໍ້າໜັກ ບໍ່ເຖິງ 40 ກິໂລ ກຼາມ ແລະ ສູງ ປະມານແມັດເຄິ່ງ, ສະນັ້ນນາງ ເກືອບຈະພາດ. ແຕ່ຍ້ອນຄວາມພະຍາຍາມ ຢ່າງຕໍ່ເນື່ອງ ແລະ ເຝິກຊ້ອມ ຢ່າງຈິງ ຈັງ, ນາງ ແອວງ ໄດ້ຮັບຄວາມໄວ້ວາງໃຈ ຈາກຄະນະຄູຝຶກ ແລະ ຖືກ ເອີ້ນເຂົ້າທີມຊາດ.
ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມອບຫຼຽນໄຊ ແຮງງານຊັ້ນ 2 ໃຫ້ “ນາງສາວຄຳ” ຫງວຽນທິແອວງ. ພາບ: ຖົ໋ງເຍິດ/VNA
ໃນປີ 2014, ນາງ ແອວງ ຖືກກວດພົບວ່າ ໝາກໄຂ່ຫຼັງ ອັກເສບ. ການປິ່ນປົວ, ພັກຜ່ອນ ເສຍເວລາປະມານ 2 ປີ, ອາຊີບຂອງ “ຄູ່ຂາຄໍາ” ໃນປະເພດກິລາ ແລ່ນ ແລະ ລານ ຫວຽດນາມ ມີຊ່ວງ ເວລາ ເບິ່ງຄືວ່າ ຕ້ອງໄດ້ສິ້ນສຸດລົງ ຕອນອາຍຸຊາວປີ. ນາງ ແອວງ ຍັງຈົດຈຳ ການໃຫ້ກຳລັງໃຈ ຂອງພໍ່ວ່າ: “ຖ້າຕັ້ງໃຈ ເດີນຕາມເສັ້ນ ທາງ ກິລາ ມືອາຊີບ, ຈົ່ງພະຍາຍາມ ຈະປະສົບຜົນສໍາເລັດ”.
ການໃຫ້ກຳລັງໃຈຈາກພໍ່, ແມ່, ຍາດຕິພີ່ນ້ອງ, ຄູສອນ ແລະ ໝູ່ ເພື່ອນ ໄດ້ຊ່ວຍໃຫ້ ນາງ ແອວງ ຜ່ານຜ່າໄລຍະເວລາທີ່ຖືວ່າ ເປັນ ວິກິດການ ຂອງ ຍິງສາວ ໃນໄວ 20 ປີ. ເພາະສະນັ້ນ, ໃນເວລາຕໍ່ມາ ບໍ່ວ່າຈະໄປແຂ່ງຂັນຢູ່ໃສ, ຈະປະສົບຜົນສຳເລັດ ແນວໃດກໍ່ຕາມ, ພໍ່ແມ່ ຍັງຄົງແມ່ນບ່ອນອີງ ທາງດ້ານ ຈິດໃຈ ທີ່ໜັກແໜ້ນ ຂອງ ນາງ ແອວງ. ແມ່ຂອງນາງ ແອວງ ໄດ້ ແບ່ງປັນວ່າ: “ພວກຂ້າພະເຈົ້າສະໜັບສະໜູນລູກ ບົນເສັ້ນທາງ ທີ່ ລູກໄດ້ເລືອກຢູ່ສະເໝີ, ໃຫ້ກຳລັງໃຈລູກ ຕ້ອງພະຍາຍາມ ເພື່ອສີ ສັນທຸງຊາດ ຂອງ ປະເທດຊາດ”.
ສືບຕໍ່ສ້າງຄວາມຝັນໃຫ້ ແລ່ນ ແລະ ລານ ຫວຽດນາມ
ເມື່ອສິ້ນສຸດການເຄື່ອນໄຫວ ທ່ີ SEA Games 32, ນາງ ຫງວຽນທິແອວງ ໄດ້ກາຍເປັນໜຶ່ງໃນນັກກິລາ ຫວຽດນາມ 2 ຄົນທີ່ຍາດໄດ້ 12 ຫຼຽນຄຳ ໃນການແຂ່ງຂັນ ແລ່ນ ແລະ ລານ ຢູ່ SEA Games, ພ້ອມກັບນັກກິລາ ຫງວຽນທິຮວ່ຽນ.
ຫຼັງຈາກປະສົບຜົນສໍາເລັດ ທີ່ໜ້າມະຫັດສະຈັນຢູ່ SEA Games 32, ນາງ ຫງວຽນທິແອວງ ບໍ່ຢຸດຢູ່ກັບໄຊຊະນະ, ນາງ ໄດ້ຕັ້ງເປົ້າໝາຍ ປ່ຽນສີ ຫຼຽນ ໃນ ASIAD 2023.
ທັດສະນະຂອງ “ຄູ່ຂາຄໍາ” ໃນວົງການແລ່ນ ແລະ ລານ ຫວຽດນາມ ກໍຄື: “ກິລາແມ່ນຄວາມ ພະຍາຍາມ ຢ່າງບໍ່ຢຸດຢັ້ງ, ເພາະສະນັ້ນ ພາຍຫຼັງງານມະຫາກຳ, ຂ້າພະເຈົ້າຈະສືບຕໍ່ສຸມໃສ່ ຢ່າງຕັ້ງໜ້າ ເຂົ້າໃນຂະບວນການ ຝຶກຊ້ອມ ຢູ່ທີມຊາດ. ພ້ອມກັນນັ້ນ ແມ່ນ ເອົາໃຈໃສ່ ກວດຄືນ ການແຂ່ງຂັນ ໃນງານມະຫາກຳກິລາ ເພື່ອຖອດຖອນບົດຮຽນ ແລະ ຜ່ານນັ້ນແມ່ນປັບປຸງ, ແກ້ໄຂ ຈຸດອ່ອນ. ຕົວຢ່າງ: ການໃຊ້ພະລັງງານ ທີ່ເໝາະສົມ ສໍາລັບ ແຕ່ລະໄລຍະ ການແລ່ນ; ສະສົມຄວາມເຂັ້ມແຂງທາງດ້ານຮ່າງກາຍ ເພື່ອເອົາຊະນະບັນດາສິ່ງທ້າທາຍສາກົນ ທີ່ຈະມາເຖິງ”.
ຜົນສຳເລັດຂອງນາງ ແອວງ ໃນຕະຫຼອດງານມະຫາກຳ 3 ຄັ້ງທີ່ຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງ ຄວາມພະຍາຍາມ, ຄວາມອົດທົນ ແລະ ພະລັງຈິດໃຈ ຝຶກຊ້ອມຂອງນາງ. ນອກຈາກ ນຳຄວາມພາກພູມໃຈ ມາໃຫ້ປະເທດຊາດແລ້ວ, ນາງ ແອວງ ຍັງຍັງສະແດງໃຫ້ເຫັນ ຄວາມຕັ້ງໝັ້ນຝຶກຝົນຫຼໍ່ຫຼອມ ແລະ ຈິດໃຈພະຍາ ຍາມຜ່ານຜ່າສິ່ງທ້າທາຍ. ບັນດາຫຼຽນຄຳຂອງ ນາງແອວງ ໄດ້ສ້າງແຮງບັນດານໃຈໃຫ້ຊາວໜຸ່ມ ຫວຽດນາມ ຢ່າງແທ້ຈິງ. ນັ້ນຄື ຜົນ ສຳເລັດ ແມ່ນມາຈາກຄວາມຫຼົງໄຫຼ ແລະ ຄວາມພາກພຽນ ພະຍາຍາມ.
ບົດ: ຖາວວີ - ພາບ: ຫງວຽນຕ໋ຽນແອງຕ໋ວນ, ຄວາຫງວຽນ, VNA - ແປໂດຍ: ບິກລຽນ