ຂ່າວສານ

ນັບແຕ່ເວລາ 6 ໂມງຂອງວັນທີ 1 ມັງກອນປີ 2021 ຈະປະຕິບັດສັນຍາ UKVFTA ໂດຍຊົ່ວຄາວ

ຫວຽດນາມ ແລະ ອັງກິດ ໄດ້ສຳເລັດລະບຽບການຢູ່ພາຍໃນປະເທດ ໂດຍອະນຸຍາດໃຫ້ປະຕິບັດສັນຍາ  ນັບແຕ່ເວລາ 23 ໂມງ GMT ຂອງວັນທີ 31 ທັນວາປີ 2020.


ການປຸ້ງແຕ່ງສິນໃນນ້ຳສົ່ງອອກໄປຍັງ ອີຢູ

ພາບປະກອບ:vietnam+


ພາຍຫລັງ ສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ອັງກິດ, ໄອແລນເຫນືອ(UKVFTA) ໄດ້ຮັບການລົງນາມຢ່າງເປັນທາງການໃນວັນທີ 29 ທັນວາປີ 2020 ຢູ່ ລອນດອນ ອັງກິດ, ຫວຽດນາມ ແລະ ອັງກິດ ໄດ້ສຳເລັດລະບຽບການຢູ່ພາຍໃນປະເທດ ໂດຍອະນຸຍາດໃຫ້ປະຕິບັດສັນຍາ  ນັບແຕ່ເວລາ 23 ໂມງ GMT ຂອງວັນທີ 31 ທັນວາປີ 2020( ກົງກັບ 6 ໂມງເຊົ້າ ວັນທີ 1 ມັງກອນປີ 2021 ຕາມເວລາຫວຽດນາມ). ຕາມກະຊວງອຸດສາຫະກຳ ການຄ້າຫວຽດນາມແລ້ວ, ເລື່ອງປະຕິບັດສັນຍາ UKVFTA ໂດຍຊົ່ວຄາວ ຈະຮັບປະກັນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ບໍ່ຖືກຕັດຕອນ ພາຍຫລັງສິ້ນສຸດໄລຍະສົ່ງຜ່ານໃນຂະນະສອງຝ່າຍສືບຕໍ່ສຳເລັດບັນດາລະບຽບການຢູ່ພາຍໃນປະເທດໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍແຕ່ລະຝ່າຍ.
(ແຫຼ່ງຄັດຈາກ VOV)

top