ຂ່າວສານ

ນັບແຕ່ວັນທີ 01 ກັນຍາ, ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ຕາມມະຕິຂອງສະພາແຫ່ງຊາດ, ນະຄອນ ກວາງນິງ ໄດ້ຮັບການສ້າງຕັ້ງົບົນພື້ນຖານເນື້ອທີທຳມະຊາດ (6.231,27 ຕາລາງກມ) ແລະ ປະຊາກອນ 1.523.400 ຄົນຂອງແຂວງ ກວາງນິງ.
ຍ້ອນມີທິດທາງຍຸດທະສາດທີ່ຖືກຕ້ອງ, ເສດຖະກິດຂອງແຂວງ ກວາງນິງ ຈຶ່ງມີການກ້າວກະໂດດຂັ້ນຢ່າງໂດດເດັ່ນ. ພາບ: VNA

ວັນ​ທີ 01 ກັນ​ຍາ, ມະ​ຕິ​ເລກ​ທີ 36/2026/QH ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ​ ກວາງ​ນິງ ມ​ີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ສະ​ນັ້ນ, ນັບ​ແຕ່ມື້ນີ້, ທົ່ວ​ປະ​ເທດ ຫວຽດ​ນາມ ມີ 8 ນະ​ຄອນ, ລ​ວມ​ມີ: ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈີ​ມິນ, ຫາຍ​ຟ່​ອງ, ດ່ານັ້ງ, ເກິນ​ເທີ, ເຫ້ວ, ດົ່ງ​ນາຍ ແລະ ກວາງ​ນິງ.

ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນ ກວາງ​ນິງ ໄດ້​ຮັບ​ການ​ສ້າງ​ຕັ້​ງົບົນ​ພື້ນ​ຖານ​ເນື້ອ​ທີ​ທຳ​ມະ​ຊາດ (6.231,27 ​ຕາ​​ລາງກມ) ແລະ ປະ​ຊ​າ​ກອນ 1.523.400 ຄົນ​ຂອງ​ແຂວງ ກວາງ​ນິງ.

ມື້​ທຳ​ອິດ​ໃສ່​ຊື່ “ນະ​ຄອນ ກວາງ​ນິງ” ກ​ົງ​ກັບ​ໂອ​ກາດ​ທົ່ວ​ປະ​ເທດ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ຊາດ, ຢູ່​ຖະ​ໜົນ​ສາຍ​ຕ່າງໆ, ເຂດ​ຊຸມ​ຊົ​ນ, ຮ່ອມ​ບ້ານ​ໃນ​ບໍ​ລິ​ເວນ​ນະ​ຄອນ​ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ດ​ອກ​ໄມ້, ປ້າຍ​ຄ​ຳ​ຂວັນ​ຂ່ຳ​ນັບ​ຊົມ​ເຊີຍ​ນະ​ຄອນ, ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ບັນ​ຍາ​ກາດ​ປິ​ຕີ​ຊົມ​ຊື່ນ​ໃນ​ມື້ ກວາງ​ນິງ ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ຢ່າງ​ເປັນ​ທາງ​ການ. ທ່ານ ໂຕ​ຕຽນ​ເກື່ອງ, ຕາ​ແສງ ບ້າຍ​ໄຈ້, ນະ​ຄອນ ກວາງນ​ິງ, ແບ່ງ​ປັນ​ວ່າ:

“ບັນ​ຍາ​ກາດ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ. ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມເບິກ​ບານ​ມ່ວນ​ຊື່ນຍ້ອນ​ບ້ານ​ເກີດ​ເມືອງນອນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທາງ​ພັດ​ທະ​ນາ​ໃໝ່, ດ້ວຍ​ຖາ​ນະ​ບົດ​ບາດໃໝ່ ແລະ ຄວາມ​ຄາດ​ຫວັງ​ໃໝ່. ທຸກ​ຄົນ​ລ້ວນ​ແຕ່ປາດ​ຖະ​ໜາ​ວ່າ ນະ​ຄອນ​ຈະ​ນັບ​ມື້​ນັບ​ທັນ​ສະ​ໄໝ, ສີ​ວິ​ໄລ; ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ຄ​ົບ​ຊຸດກວ່າ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ດີກວ່າ ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ”.

ດ້ວຍ​ຖາ​ນະ​ບົດ​ບາດໃໝ່, ກວາງ​ນິງ ມຸ່ງ​ໄປ​ເຖິງ​ການ​ສ້າງ​ເຂດ​ຕົວ​ເມືອງ​ທະ​ເລ​ສີ​ວິ​ໄລ, ທັນ​ສະ​ໄໝ, ສີ​ຂຽວ, ຕິດ​ພັນ​ກັບ​ມໍ​ລະ​ດົກ ແລະ ມີ​​ຖາ​ນະ​ບົດ​ບາດສາ​ກົນ​ໃໝ່; ກາຍ​ເປັນ​ປະ​ຕູ​ເຊື່ອມ​ຕໍ່ ຫວຽດ​ນາມ ກັບ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ - ແລະ​ອາ​ຊີ ປາ​ຊີ​ຟິກ, ທັງ​ແມ່ນ​ໃຈ​ກາງ​ເສດ​ຖະ​ກິດ​ທະ​ເລ​​ຂອງຊາດ.


top