ຂ່າວສານ

ນັກ​ຮຽ​ນ​ຮູ້, ເພື່ອນ​ມິດ​ສາ​ກົນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ

ປະທານໂຮ່ຈີມິນ ມີແບບແຜນການຊີ້ນຳນຳພາທີ່ຕິດແທດຕົວຈິງ ແລະ ສິ່ງນີ້ໄດ້ຊ່ວຍເພິ່ນໄດ້ຮັບການເຄົາລົບຮັກແພງໃນທົ່ວໂລກ ແລະ ມີເພື່ອນມິດສາກົນຫຼາຍຄົນ.
ທ່ານ Pierre Journoud ນັກປະຫວັດສາດ ຝລັ່ງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຈ່ມິນ (19/5/1890 - 19/5/2025), ມີນັກປະຫວັດສາດ, ນັກການເມືອງ ແລະ ເພື່ອນມິດສາກົນຫຼາຍທ່ານໄດ້ແບ່ງປັນ, ຕີລາຄາຢ່າງເລິກເຊິ່ງ ຕໍ່ບົດບາດ ແລະ ອິດທິພົນຂອງປະທານໂຮ່ຈີມິນ ຕໍ່ປະຫວັດສາດ ຫວຽດນາມ ແລະ ໂລກ.

ທ່ານ Pierre Journoud ນັກປະຫວັດສາດ ຝລັ່ງ ຢັ້ງຢືນວ່າ “ປະທານໂຮ່ຈີມິນມີບົດບາດຍິ່ງໃຫຍ່ໃນປະຫວັດສາດແຫ່ງການປົດປ່ອຍຊາດ ແລະ ລ່າເມືອງຂຶ້ນໃນສະຕະວັດທີ XX”. ຕາມທ່ານແລ້ວ, ປະທານໂຮ່ຈີມິນ ທັງແມ່ນນັກແນວຄິດຍຸດທະສາດ, ທັງແມ່ນຜູ້ເບິ່ງກວ້າງມອງໄກ. ປະທານໂຮ່ຈີມິນ ມີແບບແຜນການຊີ້ນຳນຳພາທີ່ຕິດແທດຕົວຈິງ ແລະ ສິ່ງນີ້ໄດ້ຊ່ວຍເພິ່ນໄດ້ຮັບການເຄົາລົບຮັກແພງໃນທົ່ວໂລກ ແລະ ມີເພື່ອນມິດສາກົນຫຼາຍຄົນ.

ກໍ່ມີນ້ຳໃຈເຄົາລົບນັບຖືກັບປະທານໂຮ່ຈີມິນ, ນັກປະຫວັດສາດຝລັ່ງ Alain Ruscio ຖືວ່າວິທີ ປະທານໂຮ່ຈີມິນ ຕິດພັນກັບປະຊາຊົນ ຫວຽດນາມ ເບິ່ງຄືວ່າມີໜຶ່ງບໍ່ມີສອງໃນປະຫວັດສາດຂອງມວນມະນຸດ ຫຼືຊ້ຳບໍ່ໜຳແມ່ນຫາຍາກທີ່ສຸດ. ນີ້ແມ່ນການສະໜິດຕິດພັນຢ່າງແທ້ຈິງ, ສ້າງຄວາມເປັນເອກະພາບ, ການປະສົມປະສານລະຫວ່າງ ປະທານໂຮ່ຈີມິນ ກັບປະຊາຊົນ ຫວຽດນາມ.

ຈາກອັກຊັງຕິນ, ທ່ານ ນັກຂ່າວ, ນັກຮຽນຮູ້ ຢັ້ງຢືນວ່າ ປະທານ ໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງທີ່ສຸດຂອງລັດທິຮັກຊາດ ແລະ ລັດທິວິລະຊົນປະຕິວັດ ຫວຽດນາມ. ບັນດາມໍລະດົກ ທີ່ເພິ່ນປະໄວ້ໃຫ້ນຳມາເຊິ່ງຄູນຄ່າທາງດ້ານວັດທະນະທຳມະນຸດທີ່ເລິກເຊິ່ງ, ແມ່ນແປວໄຟເຍືອງທາງ, ແຜ່ກະຈາຍຄຸນຄ່າຊົນຊາດ ແລະ ຍຸກສະໄໝ.


top