SEA-PLM ສົກປີ 2024 ມີ 7 ປະເທດເຂົ້າຮ່ວມລວມມີ: ກຳປູເຈຍ, ຕີມໍແລັດສະເຕ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ.
ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ ໂຄງການຕີລາຄາໝາກຜົນການຮຽນຂອງນັກຮຽນຂັ້ນປະຖົມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ (SEA-PLM) ສົກປີ 2024, ນັກຮຽນຂັ້ນປະຖົມ ຫວຽດນາມ ສືບຕໍ່ນອນໃນ top ອັນດັບທີໜຶ່ງຢູ່ທັງສາມຂົງເຂດຄະນິດສາດ, ອ່ານເຂົ້າໃຈ ແລະ ຂຽນ. ໝາກຜົນລະອຽດກ່ຽວກັບຄະແນນ ແລະ ການຈັດອັນດັບຈະໄດ້ປະກາດໃນທ້າຍປີນີ້.
SEA-PLM ສົກປີ 2024 ມີ 7 ປະເທດເຂົ້າຮ່ວມລວມມີ: ກຳປູເຈຍ, ຕີມໍແລັດສະເຕ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ຢູ່ສົກປີນີ້, ຫວຽດນາມ ໄດ້ຜັນຂະຫຍາຍສຳເລັດການສຳຫຼວດທົດລອງປີ 2023 ຢູ່ 30 ຮາກຖານການສຶກສາຂັ້ນປະຖົມຂຶ້ນກັບ 9 ແຂວງ, ນະຄອນ ແລະ ການສຳຫຼວດທາງການປີ 2024 ຢູ່ 152 ຮາກຖານການສຶກສາຂັ້ນປະຖົມຂຶ້ນກັບ 53/63 ແຂວງ, ນະຄອນ.
ໂຄງການ SEA-PLM ເພື່ອແນໃສ່ຕີລາຄາລະດັບນັກຮຽນຂັ້ນປະຖົມທີ່ຕອບສະໜອງເປົ້າໝາຍໂຄງການສຶກສາຢູ່ບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນຂົງເຂດອ່ານເຂົ້າໃຈ, ຂຽນ, ຄະນິດສາດ ແລະ ພົນລະເຮືອນທົ່ວໂລກ.