ຂ່າວສານ

ນັກ​ສຶກ​ສາ ຫວຽດ​ນາມ ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ໂລກ

ນັກ​ສຶກ​ສາ ຫວຽດ​ນາມ 5 ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຮ່າ​ໂນ້ຍ ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ໄປ​ສະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ, ແບ່ງ​ປັນ 2 ທິມ ແລະ ທັງ​ 2 ທິມ​ລ້ວນ​ແຕ່​ຍາດ​ໄດ້​ລາງວັນ​.
  (ພາບ: TTXVN)  

ວັນ​ທີ 5 ມິ​ຖຸ​ນາ, ພິ​ທີ​ປະ​ກາດ ແລະ ມອບ​ລາງວັນ​ໃຫ້​ແກ່​ບັນ​ດາ​ທິມ​ເຂົ້າ​ຮ່ວມ​ຮອບ​ຊິງ​ຊະ​ນະ​ເລີດທົ່ວ​ໂລກ ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ ແລະ ຖະ​ແຫຼງ​ຂ່າວ (ICT) Huawei 2025–2026 ຈັດ​ຂຶ້ນ​ຢູ່ນະ​ຄອນ ເຊິນ​ເຈິນ ແຂວງ ກວາງ​ຕຸງ ປະ​ເທດ ຈີນ. ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ ແລະ ຖະ​ແຫຼງ​ຂ່າວ (ICT) Huawei ປີນີ້ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ, ຄູ​ອາ​ຈານ ກ່​ວາ 220.000 ຄົນ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ​ກ່​ວາ 2000 ແຫ່ງ​ຢູ່​ກ່​ວາ 100 ປະ​ເທດ ແລະ ເຂດ​ແຄ້ວນ.

ພາຍຫຼັງ​ຮອບ​ແຂ່ງ​ຂັນ​ລະ​ດັບ​ຊາດ ແລະ ພາກ​ພື້ນ, 500 ຄົນ​ທີ່​ດີ​ເດັ່ນ​ທີ່​ສຸດ​ຂອງ 170 ທິມ​ທີ່​ມາ​ຈາກ 40 ປະ​ເທດ ແລະ ເຂດ​ແຄ້ວນໄດ້​ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ​ທົ່ວ​ໂລກ​ຈັດ​ຂຶ້ນ​ຢູ່ ເຊິນ​ເຈິນ ແຕ່​ວັນ​ທີ 2-5 ມິ​ຖຸ​ນາ. ​ນັກ​ສຶກ​ສາ ຫວຽດ​ນາມ 5 ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຮ່າ​ໂນ້ຍ ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ໄປ​ສະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ, ແບ່ງ​ປັນ 2 ທິມ ແລະ ທັງ​ 2 ທິມ​ລ້ວນ​ແຕ່​ຍາດ​ໄດ້​ລາງວັນ​.


top