ຂ່າວສານ

ນັກ​ວິ​ທະ​ຍາ​ສາດ​ຍິງ 3 ທ່ານ​ຂອງ ຫວຽດ​ນາມ ​​ໄດ້​ຮັບທຶນ​ການ​ສຶກ​ສາ L’Oréal – UNESCO ເພື່ອ​ການ​ພັດ​ທະ​ນາ​ແມ່​ຍິງ​ໃນ​ຂະ​ແໜງວິ​ທະ​ຍາ​ສາດ​ປີ 2025

ດ້ວຍບັນດາຜົນງານການຄົ້ນຄວ້າທີ່ຊ່ວຍແກ້ໄຂບັນດາສິ່ງທ້າທາຍຂອງມວນມະນຸດ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ປັນຍາປະດິດ ແລະ ຄວາມໝັ້ນຄົງດ້ານພະລັງງານ, ນັກວິທະຍາສາດຍິງ 3 ຄົນຂອງ ຫວຽດນາມ ໄດ້ຮັບທຶນການສຶກສາ L’Oréal – UNESCO ເພື່ອການພັດທະນາແມ່ຍິງໃນຂະແໜງວິທະຍາສາດປີ 2025.
ພິທີມອບທຶນການສຶກສາ (ພາບ: mst.gov.vn)

ນັກວິທະຍາສາດຍິງດີເດັ່ນ 3 ທ່ານຂອງ ຫວຽດນາມ ລວມມີ: ທ່ານນາງ ຮສຈ.ປອ ໂຕທິມາຍເຮືອງ, ຮອງຫົວໜ້າພະແນກຄົ້ນຄວ້າ, ປ່ຽນແປງໃໝ່ ແລະ ຮ່ວມມືສາກົນ, ຫົວໜ້າຄະນະບໍລິຫານສູນນະວັດຕະກຳ ແລະ ປະກອບການ, ມະຫາວິທະຍາໄລວິທະຍາສາດເຕັກໂນໂລຢີ ຮ່າໂນ້ຍ; ທ່ານນາງ ຮສຈ. ປອ ຟ້າມກິມງອກ, ຫົວໜ້າພະແນກ ວັດສະດຸ ນາໂນ ແລະ ຟິມບາງ, ພາກວິຊາວິທະຍາສາດ ແລະ ເຕັກໂນໂລຢີ ວັດສະດຸ, ມະຫາວິທະຍາໄລວິທະຍາສາດທຳມະຊາດ ສັງກັດມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແລະ ທ່ານນາງ ປອ. ລິງເລ, ນັກຄົ້ນຄວ້າຫຼັງປະລິນຍາເອກຢູ່ ມະຫາວິທະຍາໄລ Stanford, ອາເມລິກາ, ດ້ວຍບັນດາຜົນງານການຄົ້ນຄວ້າທີ່ຊ່ວຍແກ້ໄຂບັນດາສິ່ງທ້າທາຍຂອງມວນມະນຸດ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ປັນຍາປະດິດ ແລະ ຄວາມໝັ້ນຄົງດ້ານພະລັງງານ ໄດ້ຮັບທຶນການສຶກສາ L’Oréal – UNESCO ເພື່ອການພັດທະນາແມ່ຍິງໃນຂະແໜງວິທະຍາສາດປີ 2025. ເມື່ອສະແດງຄວາມຮູ້ສຶກໃນພິທີຮັບທຶນການສຶກສາ ທີ່ດຳເນີນໃນວັນທີ 01 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຮສຈ.ປອ ໂຕທິມາຍເຮືອງ ແບ່ງປັນວ່າ:

ລາງວັນເປັນການລະດົມກຳລັງໃຈຢ່າງທັນການແລະພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ຮັບທຶນການສຶກສາຈາກອົງການທີ່ມີອິດທິພົນຄື Loreal, UNESCO. ນີ້ແມ່ນຄວາມເປັນກຽດ, ທັງແມ່ນການລະດົມກຳລັງໃຈເພື່ອໃຫ້ນັກວິທະຍາສາດຍິງຫຼາຍຄົນມີຄວາມໝັ້ນໃຈກວ່າຕໍ່ເສັ້ນທາງທີ່ຕົນໄດ້ເລືອກເຟັ້ນ”.


top