ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ.
ຜູ້ມີສິດເລືອກຕັ້ງ ແຈ້ງອາການສຸຂະພາບກ່ອນເຂົ້າຮ່ວມການປ້ອນບັດເລືອກຕັ້ງ (ພາບ: TTXVN)
ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງນັກຂ່າວ ຜູ້ມີຊື່ສຽງຂອງ ອິນໂດເນເຊຍ Veeramalla Anjaiah ພ້ອມທັງແມ່ນນັກຄົ້ນຄວ້າຂັ້ນສູງຂອງ ສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຕັ້ງຢູ່ ຈາກາຕາ, ອິນໂດເນເຊຍ.
ນັກຂ່າວ Anjaiah ຖືວ່າ ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ. ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ສະແດງໃຫ້ເຫັນວ່າ ການເລືອກຕັ້ງຄັ້ງຕ່າງໆ ແລະ ການມອບຮັບສິດນຳພາປະເທດຊາດ “ຍາມໃດກໍດຳເນີນໄປດ້ວຍຄວາມເຫັນດີເຫັນພ້ອມ”, ໃນຂະນະທີ່ປະຊາຊົນມີຄວາມສົນໃຈເຖິງການເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ, ສະມາຊິກສະພາປະຊາຊົນທຸກຂັ້ນ ທີ່ສຸດ.
ທ່ານ Anjaiah ໃຫ້ຂໍ້ສັງເກດວ່າ ສະພາແຫ່ງຊາດ ໄດ້ ແລະ ພວມສວມບົດບາດສຳຄັນໃນວິວັດການຫັນປ່ຽນເສດຖະກິດ - ສັງຄົມ, ຍ້ອນມີບັນດາກົດໝາຍທີ່ມີປະສິດທິພາບ ແລະ ເປັນປະໂຫຍດ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ຫວ່າງມໍ່ມານີ້, ຫວຽດນາມ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນປະເທດຂະຫຍັນຂັນເຄື່ອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍວົງເງິນສົ່ງອອກ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ການສະສົມເງິນຕາຕ່າງປະເທດນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງມຸ່ງໄປສູ່ປະເທດມີລາຍຮັບປານກາງສູງ./.
(ແຫຼ່ງຄັດຈາກ VOV)