ໃນຖານະເປັນໜຶ່ງໃນບັນດານັກອອກແບບແຖວໜ້າໃນວົງການ ແຟຊັ່ນ ຫວຽດນາມ, ຫວ່າງມໍ່ໆ ມານີ້, ນັກອອກແບບ ດຶກຮຸ່ງ (ຮ່າໂນ້ຍ) ໄດ້ນຳສະເໜີຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ໄດ້ທໍາການປະສົມ ປະສານຢ່າງລົງຕົວ ລະຫວ່າງເສື້ອກັກຜ້າ ຝ້າຍພື້ນເມືອງ ກັບສີສັນ ແລະ ການອອກແບບ ທ່ີທັນສະໄໝ.
ໃນຖານະເປັນໜຶ່ງໃນບັນດານັກອອກແບບແຖວໜ້າໃນວົງການ ແຟຊັ່ນ ຫວຽດນາມ, ຫວ່າງມໍ່ໆ ມານີ້, ນັກອອກແບບ ດຶກຮຸ່ງ (ຮ່າໂນ້ຍ) ໄດ້ນຳສະເໜີຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ໄດ້ທໍາການປະສົມ ປະສານຢ່າງລົງຕົວ ລະຫວ່າງເສື້ອກັກຜ້າ ຝ້າຍພື້ນເມືອງ ກັບສີສັນ ແລະ ການອອກແບບ ທ່ີທັນສະໄໝ.
ຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ຂອງ ນັກອອກແບບ ດຶກ ຮຸ່ງ ໄດ້ນຳຜູ້ຊົມ ເຂົ້າສູ່ໃນຮູບເງົາ ແຟຊັ່ນ ສຸດຄະນິງຫາ.
ໃນຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ນັກອອກແບບ ດຶກຮຸ່ງ ໄດ້ນຳເອົາຄວາມສຳຜັດລະຫວ່າງ ເສື້ອກັກຜ້າຝ້າຍພື້ນເມືອງຂອງ ແມ່ຍິງ ຮ່າໂນ້ຍ ໃນສະໄໝກ່ອນ ແລະ ລົມຫາຍໃຈຂອງຍຸກສະໄໝ ຜ່ານຫຼາຍຮູບແບບ, ໄດ້ສ້າງເປັນບົດດົນຕີ ປະສານ ສຽງ ແຟຊັ່ນ ທີ່ໜ້າປະທັບໃຈ.
ເປີດສາກໃຫ້ແກ່ລາຍການ ແມ່ນບົດກະວີ ກ່ຽວກັບ ຮ່າໂນ້ຍ ໂດຍທຳນອງທີ່ອ່ອນຊ້ອຍ ຂອງ ບົດເພງ “ລະດູໜາວທີ່ໜ້າຮັກ” ດັງຂຶ້ນ ປະສານກັບຮູບພາບຫິມະຕົກ ເທິງເວທີ, ນໍາທ່ານຜູ້ຊົມເຂົ້າຮ່ວມໃນຮູບເງົາ ແຟຊັ່ນ ທີ່ເຕັມໄປດ້ວຍຄວາມ ຄະນິງຫາ. ເລີ່ມຕົ້ນດ້ວຍຮູບພາບທີ່ງຽບສະຫງົບ, ໜາວເຢັນ, ບັນຍາກາດ ໃນລາຍການຄ່ອຍໆ ດັງຂຶ້ນ ດ້ວຍຄວາມຮູ້ສຶກສະເທືອນໃຈ ຢ່າງແຮງ ໃນລະດູໜາວໜຶ່ງ.
ເປັນໜຶ່ງໃນບັນດານັກອອກແບບ ແຖວໜ້າໃນວົງການ ແຟຊັ່ນ ຫວຽດນາມ ດ້ວຍຫຼາຍຊຸດສະສົມແນະນຳກ່ຽວກັບ ວັດທະນະທຳ ຫວຽດນາມ.
ດ້ວຍສະເໜ່ທີ່ໜ້າຮັກ, ນາງງາມ H’Hen Niê ໄດ້ເປັ່ງປະກາຍ ໃຫ້ເຫັນເຖິງທຸກບາດກ້າວ ທ່ີສະຫງ່າງາມ, ດັ່ງດອກໄມ້ ລະດູ ໜາວ ທີ່ໜ້າຮັກຢູ່ເທິງເວທີສະແດງ ແຟຊັ່ນ. ຊຸດແຟຊັ່ນ ທີ່ມີສີສັນອົບອຸ່ນ, ມີຈຸດໆ ທີ່ຮ້ອນແຮງ, ໄດ້ນຳເອົາລົມຫາຍໃຈໃໝ່ໃຫ້ແກ່ລະດູໜາວ ຂອງ ຮ່າໂນ້ຍ. ນອກຈາກສີເຂັ້ມແລ້ວ, “ມີ ລະດູໜາວ ຄືແນວນັ້ນ” ຍັງນຳມາສະແດງ ບັນດາຊຸດອອກ ແບບທີ່ໂດດເດັ່ນ, ດ້ວຍສີສັນທີ່ໂດດເດັ່ນ ແລະ ເຂັ້ມແຂງ ເຊັ່ນ: ສີ ຂຽວ, ສີເຫຼືອງ ແລະ ສີບົວ, ສ້າງຄວາມປະທັບໃຈ ໃຫ້ກັບ ຜູ້ ຊົມ ຈໍານວນຫຼາຍ.
ບັນດາຊຸດອອກແບບໃນຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ໄດ້ສະແດງໃຫ້ເຫັນຄວາມສາມາດ ຂອງ ນັກອອກແບບຊັ້ນນຳ ຂອງວົງການ ແຟຊັ່ນ ຫວຽດນາມ.
ຮູບພາບ ເສື້ອຜ້າຝ້າຍ ເທິງເວທີສະແດງ ແຟຊັ່ນ ໄດ້ຮັບແຮງ ບັນດານໃຈ ຈາກເສື້ອກັກ ເປັນ “ອາວຸດ” ຊະນິດໜຶ່ງຂອງ ບັນ ດາ ນັກຮົບຜູ້ອາສາສະລະຊີບ, ຮູບພາບເປັນສັນຍະລັກ ໃນປະ ຫວັດສາດ ວິລະຊົນ ຂອງ ປະເທດຊາດທີ່ເຂັ້ມແຂງ. ນັ້ນ ແມ່ນການສົມທົບກັນຢ່າງກົມກຽວ ລະຫວ່າງຮີດຄອງປະເພນີ ແລະ ຄວາມທັນສະໄໝ, ລະຫວ່າງອະດີດ ແລະ ອະນາຄົດ, ເປັນຂີດໝາຍ ເສັ້ນທາງພັດທະນາໃໝ່ ຂອງ ປະເທດຊາດ.
ດ້ວຍທຳນອງທີ່ ອ່ອນຊ້ອຍ ຂອງ ບົດເພງ “ລະດູໜາວ ທີ່ໜ້າ ຮັກ” ດັງຂຶ້ນ ພ້ອມໆ ກັບຮູບພາບຫິມະຕົກ ເທິງເວທີ ໄດ້ເປີດ ສາກ ໃຫ້ແກ່ລາຍການສະແດງຊຸດສະສົມ ແຟຊັ່ນ “ມີລະດູໜາວ ຄືແນວນັ້ນ”.
ໄດ້ສໍາເລັດຢ່າງສົມບູນແບບ ພາຍໃຕ້ສີມື ຂອງ ບັນດານັກສິລະປິນ, ບັນດາລາຍດອກໄມ້ ໄດ້ເຮັດໃຫ້ຊຸດສະສົມ ແຟຊັ່ນ ຍຸກສະໄໝ ມີຊີວິດຊີວາ.
ໄດ້ຕັດຫຍິບຢ່າງສົມບູນແບບ ພາຍໃຕ້ສີມື ຂອງ ບັນດານັກສິລະປິນ, ບັນດາລາຍດອກໄມ້ ກໍາມະຍີນູນ, ຮູບຊົງທີ່ຫຼາກຫຼາຍ ດ້ວຍແຂນບານ, gillette, peplum...ສະແດງໃຫ້ເຫັນຄວາມສວຍງາມ ຂອງ ວັດທະນະທຳ, ຂອງ ແຟຊັ່ນ ພື້ນເມືອງ ແຕ່ພັດດຶງດູດຈິດໃຈຂອງຍຸກສະໄໝ, ແທດເໝາະກັບ ທ່າອ່ຽງຂອງ ແຟຊັ່ນໂລກ. ບັນດາລວດລາຍອ່ອນໆ ຂອງຜ້າ ໄໝ ປະສົມ ປະສານ ກັບດອກໄມ້ ອອກແບບ 4D ທີ່ເຕັມໄປ ດ້ວຍສີສັນ, ສ້າງຄວາມ ສຳພັດໃໝ່ ທີ່ໜ້າຈັບໃຈຫຼາຍ, ເຮັດໃຫ້ ຜູ້ຊົມຮູ້ ສຶກ ເຖິງຄວາມອົບອຸ່ນ ຂອງ ລະດູໜາວ ແລະ ຄວາມຊັບຊ້ອນຂອງ ເຄື່ອງນຸ່ງ ແຕ່ລະຊຸດ. ຊຸດສະສົມແຕ່ລະຊຸດແມ່ນຄືເລື່ອງເລົ່າ ກ່ຽວກັບຮີດຄອງປະເພນີ, ກ່ຽວກັບພະລັງຊີວິດອັນເຂັ້ມແຂງໃນລະດູໜາວ, ບ່ອນທີ່ຄວາມເປັນເອກະລັກ ຂອງ ຫວຽດນາມ ໄດ້ເປັ່ງປະກາຍ ແລະ ຍືນຍົງ.
ນັກອອກແບບ ດຶກຮຸ່ງ ໃຫ້ຮູ້ວ່າ ຜ່ານຊຸດສະສົມດັ່ງກ່າວ ເຂົາ ຕ້ອງການສົ່ງສານ ທີ່ວ່າ: “ການທ່ີຄົນຮຸ່ນໃໝ່ຫວຽດນາມ ຮັບ ຮອງການອອກແບບ ຂອງ ດຶກຮຸ່ງ ຖືເປັນຄວາມສຸກ, ເພາະ ຄົນ ຮຸ່ນໜຸ່ມ ຈະເປັນຜູ້ອະນຸລັກ, ຮັກສາໄວ້ ວັດທະນະທຳພື້ນເມືອງ ຂອງ ຫວຽດນາມ”.
ນັກອອກແບບ ດຶກຮຸ່ງ ແລະ ນາງງາມ H’Hen Niê ມີບົດບາດ ເປັນ Vedettes ໃຫ້ແກ່ຊຸດສະສົມ “ມີລະດູໜາວ ຄືແນວນັ້ນ”.
ດ້ວຍເລື່ອງລາວ ທ່ີສ້າງແຮງບັນດານໃຈ, ຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ໄດ້ພາຜູ້ຊົມຜ່ານຫຼາຍອາລົມ ທີ່ແຕກຕ່າງກັນ ໃນສາຍຕາຂອງ ແຟຊັ່ນ ຮ່ວມສະໄໝ, ສໍາຫຼວດແງ່ມູມ ແລະ ຄວາມຮູ້ສຶກຕ່າງໆ ຂອງລະດູໜາວ ຜ່ານຊຸດອອກແບບ ແຟຊັ່ນ ຂອງນັກອອກ ແບບ ດຶກຮຸ່ງ.
ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ