ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ.
ວັນທີ 29 ທັນວາ, ທະນາຄານແຫ່ງລັດສາຂາເຂດ 2 ໃຫ້ຮູ້ວ່າ, ຈຳນວນເງິນຕາຕ່າງປະເທດຝາກມານະຄອນ ໂຮ່ຈີມິນ ສືບຕໍ່ເພີ່ມຂຶ້ນ, ຄາດວ່າບັນລຸ 10,5 ຕື້ USD, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີກາຍ. ດ້ວຍໝາກຜົນດັ່ງກ່າວ, ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ. ຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນ ການເຕີບໂຕຢ່າງຕັ້ງໜ້າ, ສະແດງໃຫ້ເຫັນເສດຖະກິດຂອງນະຄອນເວົ້າສະເພາະ ແລະ ເສດຖະກິດຂອງ ຫວຽດນາມ ເວົ້າລວມພັດທະນາຢ່າງເປັນປົກກະຕິ. ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ສືບຕໍ່ປັບປຸງແຜນນະໂຍບາຍ, ນະໂຍບາຍໃຫ້ສົມບູນແບບເພື່ອແນໃສ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີການປະກອບສ່ວນເຂົ້າບັນດາໂຄງການເສດຖະກິດ - ສັງຄົມຈຸດສຸມ. ຜ່ານແຫຼ່ງເງິນຕາຕ່າງປະເທດຝາກມາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປາດຖະໜາຢາກປະກອບສ່ວນເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງ, ບັນລຸເປົ້າໝາຍເຕີບໂຕສອງຕົວເລກ. ທ່ານນາງ ເຈິ່ນທິງອກລຽນ, ຮອງຫົວໜ້າທະນາຄານແຫ່ງລັດ ສາຂາເຂດ 2, ໃຫ້ຮູ້ວ່າ:
“ຄາດວ່າ ປີ 2026, ແຫຼ່ງເງິນຕາຕ່າງປະເທດໂດຍຊາວ ຫວຽດນາມ ຢູ່ຕ່າງປະເທດຝາກມາປະເທດ ຈະເພີ່ມຂຶ້ນ. ທາງນະຄອນພວມມີມາດຕະການ, ຂໍ້ສະເໜີເພື່ອລະດົມແຫຼ່ງເງິນລົງທຶນໃຫ້ແກ່ບັນດາໂຄງການທີ່ໄດ້, ພວມ ແລະ ຈະຜັນຂະຫຍາຍ ເຊິ່ງຕ້ອງການເງິນລົງທຶນຫຼາຍ”.