ຕາມຕາຕະລາງຈັດອັນດັບບັນດາຕົວເມືອງທີ່ມີການເຕີບໂຕໄວທີ່ສຸດໃນໂລກ (Growth Hubs Index) ຂອງ Savills (ເຊິ່ງເປັນກຸ່ມບໍລິສັດສະໜອງການບໍລິການອະສັງຫາລິມະຊັບທົ່ວໂລກທີ່ມີສຳນັກງານຕັ້ງຢູ່ ອັງກິດ) ຫາກໍປະກາດນັ້ນ, ສອງຕົວເມືອງໃຫຍ່ສຸດຂອງ ຫວຽດນາມ ນັ້ນແມ່ນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນກຸ່ມຕົວເມືອງແຖວໜ້າໂລກກ່ຽວກັບກຳລັງບົ່ມຊ້ອນການເຕີບໂຕໃນສັງກາດຈະມາເຖິງ.
ມຸມໜຶ່ງຂອງນະຄອນຫຼວງ ຮ່າໂນ້ຍ. (ພາບ: Tuấn Anh/TTXVN)
ຕາມກຸ່ມບໍລິສັດ Savills ແລ້ວ, ໃນຈຳນວນ 245 ນະຄອນທີ່ໄດ້ຮັບການຄົ້ນຄວ້າ, ການເຕີບໂຕໃນ 10 ປີຈະມາເຖິງຈະສຸມໃສ່ ອາຊີ ຢ່າງແຮງ, ເຊິ່ງແມ່ນພາກພື້ນທີ່ເຕົ້າໂຮມຫຼາຍທ່າໄດ້ປຽບຄື ປະຊາກອນໜຸ່ມ, ລະດັບຄວາມໄວໃນການຫັນເປັນຕົວເມືອງສູງ ແລະ ກຳລັງຄວາມສາມາດໃນການຜະລິດກໍນັບມື້ນັບໄດ້ຮັບການເປີດກວ້າງ. ໃນພາບພົດນັ້ນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ພົ້ນເດັ່ນທີ່ສຸດ ເມື່ອມີທັງສອງຕົວເມືອງໃຫຍ່ລ້ວນແຕ່ນອນໃນກຸ່ມແຖວໜ້າໂລກ. ກຸ່ມບໍລິສັດ Savills ໄດ້ຕີລາຄາວ່າ ພື້ນຖານໂຄງລ່າງພວມສວມບົດບາດຕັດສິນຊ່ວຍໃຫ້ ຫວຽດນາມ ຫັນກຳລັງຄວາມສາມາດເຕີບໂຕກາຍເປັນກຳລັງຄວາມສາມາດພັດທະນາຢ່າງແທ້ຈິງ ແລະ ຍືນຍົງ. ນອກຈາກ “ພື້ນຖານໂຄງລ່າງດ້ານກາຍຍະພາບ (Hard Infrastructure)” ແລ້ວ, ບັນດາປັດໄຈຄື ການສຶກສາ, ສາທາລະນະສຸກ, ສະພາບແວດລ້ອມດຳລົງຊີວິດ ແລະ ຄວາມສະດວກໃນສັງຄົມ ຫຼືຍັງເອີ້ນວ່າ “ພື້ນຖານໂຄງລ່າງດ້ານກົດໝາຍ ແລະ ມາດຕະຖານ (Soft Infrastructure” ກໍນັບມື້ນັບສົ່ງຜົນກະທົບຢ່າງແຮງຕໍ່ການຕັດສິນໃຈລົງທຶນຂອງວິສາຫະກິດ ແລະ ຜູ້ອອກແຮງງານທີ່ມີຄຸນນະພາບສູງ.
Landmark 81 ຕຶກອາຄານສູງສຸດຂອງປະເທດ ແລະ ແມ່ນສັນຍາລັກແກ່ການພັດທະນາຂອງນະຄອນ ໂຮ່ຈີມິນ (ພາບ: VOV)
ເລື່ອງນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ຖືກຈັດເຂົ້າໃນລຳດັບສູງກ່ຽວກັບກຳລັງບົ່ມຊ້ອນການເຕີບໂຕທົ່ວໂລກນັ້ນ ໄດ້ຮັບການຕີລຄາວ່າ ຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດຕໍ່ກັບຕະຫຼາດອະສັງຫາລິມະຊັບ ຫວຽດນາມ.