ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ດ້ວຍ​ລາຍ​ການ​ຍິງ​ບັ້ງ​ໄຟ​ດອກ ແລະ ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ

ປະຊາຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນໄດ້ມີໜ້າຢູ່ທ່າເຮືອ ແບກດັ່ງ ເມືອງ 1 ນະຄອນ ໂຮ່ຈີມິນ ເພື່ອຮັບຊົມລາຍການຍິງບັ້ງໄຟດອກໄລຍະສູງ ຢູ່ສວນສາທາລະນະແຄມແມ່ນ້ຳ ໄຊ່ງ່ອນ (ນະຄອນ ຖູດຶກ).
ລາຍການຍິງບັ້ງໄຟດອກໄລຍະສູງ ຢູ່ສວນສາທາລະນະແຄມແມ່ນ້ຳ ໄຊ່ງ່ອນ

ຕອນຄ່ຳວັນທີ 26 ເມສາ, ປະຊາຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນໄດ້ມີໜ້າຢູ່ທ່າເຮືອ ແບກດັ່ງ ເມືອງ 1 ນະຄອນ ໂຮ່ຈີມິນ ເພື່ອຮັບຊົມລາຍການຍິງບັ້ງໄຟດອກໄລຍະສູງ ຢູ່ສວນສາທາລະນະແຄມແມ່ນ້ຳ ໄຊ່ງ່ອນ (ນະຄອນ ຖູດຶກ). ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ນະຄອນ ໂຮ່ຈີມິນ (30/4/1975-30/4/2025). ໄປຄຽງຄູ່ກັບບັນຍາກາດທີ່ຟົດຟື້ນຢູ່ທ່າເຮືອ ແບກດັ່ງ, ປະຊາຊົນຈຳນວນຫຼາຍໄດ້ເຕົ້າໂຮມກັນຢູ່ຖະໜົນຍ່າງ ຫງວຽນເຫວະ (ເມືອງໜຶ່ງ) ເພື່ອຕິດຕາມບັນດາການເຄື່ອນໄຫວໃນຂອບຂອບລາຍການສະແດງສິລະປະ, ກິລາ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ”. ທາງໜ້າສຳນັກງານຄະນະກຳມະການປຊຊນະຄອນ ໂຮ່ຈີມິນ ກາຍເປັນພື້ນທີ່ສາຍ  3D mapping ດ້ວຍຫົວຂໍ້ “ວິວັດທະນາການ 50 ປີ ແຫ່ງມໍລະດົກ ແລະ ອະນາຄົດ”. ລາຍການດັ່ງກ່າວ ໂດຍບັນດາກຸ່ມປະດິດຄິດສ້າງມາຈາກ ຫວຽດນາມ, ຝລັ່ງ, ແບນຊິກ ແລະ ສິງກະໂປ ສົມທົບກັນປະຕິບັດ, ນຳມາເຊິ່ງພຶດຕິກຳຕົວຈິງທາງດ້ານຈັກຂຸສຳຜັດທີ່ເປັນເອກະລັກໃຫ້ແກ່ຜູ້ຊົມ.


top