ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ສຸມ​ແຫຼ່ງ​ກຳ​ລັງ​ຍົກ​ເລີກ “ບັດ​ເຫຼືອງ” ຂອງ EC

ນະຄອນ ໂຮ່ຈີມິນ ພວມຜັນຂະຫຍາຍບັນດາມາດຕະການຮີບດ່ວນ ແນໃສ່ຢຸດຕິສະພາບການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
ນະຄອນ ໂຮ່ຈີມິນ ເພີ່ມທະວີການຈັດກິດຈະກຳຮັບປະທານອາຫານເຊົ້າພ້ອມກັບຊາວປະມົງ ເພື່ອໂຄສະນາເຜີຍແຜ່ກ່ຽວກັບກົດໝາຍຂະແໜງສິນໃນນ້ຳ

ຕາມຕົວເລກສະຖິຕິ, ປັດຈຸບັນ ນະຄອນ ໂຮ່ຈີມິນມີກ່ຳປັ່ນຫາປາກວ່າ 4.700 ລຳ, ໃນນັ້ນ ກຸ່ມກ່ຳປັ່ນມີຄວາມຍາວແຕ່ 15 ແມັດຂຶ້ນໄປແມ່ນຂຸດຄົ້ນຢູ່ໄກຝັ່່ງ, ກວມເອົາກວ່າ 60%. ຍ້ອນມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງທຸກຂະແໜງການ, ໄລ່ມາຮອດປັດຈຸບັນ 100% ກ່ຳປັ່ນຫາປາເຂົ້າທຽບທ່າໃນບໍລິເວນລ້ວນແຕ່ປະຕິບັດການກວດກາແຫຼ່ງທີ່ມາຂອງສິນໃນນ້ຳຜ່ານລະບົບເອເລັກໂຕນິກ; ກວ່າ 98% ກ່ຳປັ່ນຫາປາໄດ້ຕິດຕັ້ງອຸປະກອນຕິດຕາມວິວັດການເຄື່ອນໄຫວ (VMS). ທ່ານນາງ ຟ້າມທິນາ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມສຸມໃສ່ຊີ້ນຳການສຳຫຼວດກວດກາຄືນບັນດາກ່ຳປັ່ນຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນ, ພິເສດແມ່ນບັນດາກ່ຳປັ່ນທີ່ຍັງບໍ່ທັນມີໃບອະນຸຍາດຂຸດຄົ້ນສິນໃນນ້ຳ, ເພື່ອນຳເຂົ້າຄຸ້ມຄອງ. ມອບໝາຍໜ້າທີ່ຮັບຜິດຊອບໃຫ້ແກ່ທະຫານປ້ອງກັນຊາຍແດນປະຕິບັດວຽກງານກວດກາ, ຄວບຄຸມຢ່າງເຂັ້ມງວດ, ບໍ່ປະໃຫ້ກ່ຳປັ່ນທີ່ບໍ່ມີເງື່ອນໄຂຄົບຖ້ວນອອກຝັ່ງ, ອອກຈາກທ່າ.”

        ປັດຈຸບັນ, ນະຄອນ ໂຮ່ຈີມິນ ພວມຮັກສາບັນດາຮູບແບບໂຄສະນາ ຢ່າງມີປະສິດທິຜົນ, ໃນນັ້ນ, ມີການເຄື່ອນໄຫວ “ກາເຟຕອນເຊົ້າພ້ອມກັບຊາວປະມົງ”, ເພື່ອກຳໄດ້ຄວາມມຸ່ງມາດປາດຖະໜາຂອງຊາວປະມົງ ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ.


top