ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ແລະ ພັດ​ທະ​ນາ​ການ​ປູກ​ລ້ຽງ​ສິນ​ທະ​ເລ​ນຳ​ໃຊ້​ເຕັດ​ໂນ​ໂລ​ຢີ​ສູງ

ກ່ຽວກັບການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມສະມາຊິກເຂົ້າຮ່ວມບັນດາກຸ່ມຂຸດຄົ້ນ, ສະໜອງການບໍລິການພະລາທິການອາຊີບຫາປາຢູ່ທະເລ, ທັງຍົກສູງປະສິດທິຜົນໃນການຫາປາທັງປະກອບສ່ວນເຂົ້າໃນການປົກປ້ອງເຂດທະເລຂອງປະເທດຊາດ.  
ສະມາຄົມສິນໃນນ້ຳນະຄອນ ໂຮ່ຈີມິນ ເປີດຕົວຄະນະບໍລິຫານງານອາຍຸການ 2025 – 2030 (ພາບ: nongnghiepmoitruong.vn)
ວັນທີ 15 ພະຈິກ, ສະມາຄົມສິນໃນນ້ຳ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2025 – 2030. ໃນອາຍຸການ 2025 – 2030, ກອງປະຊຸມໄດ້ກຳນົດ 11 ກຸ່ມໜ້າທີ່ຈຸດສຸມ. ໃນນັ້ນ,ໃຫ້ ບຸລິມະສິດພັດທະນາສະມາຄົມ, ທັງກ່ຽວກັບຈຳນວນ ແລະ ຄຸນນະພາບ, ເພື່ອແນໃສ່ສ້າງກຳລັງສະມາຊິນໃນວົງກວ້າງ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ. ສະມາຄົມຈະສຸມໃສ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍທີ່ຈຳເປັນຄືຍົກສູງຄວາມສາມາດໃນການຜະລິດ, ເພີ່ມການໃຊ້ຈ່າຍພາຍໃນກຸ່ມ, ຈຳກັດການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ. ສະມາຄົມກໍ່ ເນັ້ນໜັກເຖິງບົດບາດປົກປ້ອງສິດອັນຊອບທຳຂອງຊາວປະມົງ ແລະ ວິສາຫະກິດ, ພ້ອມທັງຂົນຂວາຍສະມາຊິກ ປະຕິບັດແຜນນະໂຍບາຍຫຼຸດຜ່ອນທ່າກຳປັ່ນຂຸດຄົ້ນແຄມຝັ່ງ, ຫັນປ່ຽນອາຊິບຕາມທິດຍືນຍົງ. ກ່ຽວກັບການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມສະມາຊິກເຂົ້າຮ່ວມບັນດາກຸ່ມຂຸດຄົ້ນ, ສະໜອງການບໍລິການພະລາທິການອາຊີບຫາປາຢູ່ທະເລ, ທັງຍົກສູງປະສິດທິຜົນໃນການຫາປາທັງປະກອບສ່ວນເຂົ້າໃນການປົກປ້ອງເຂດທະເລຂອງປະເທດຊາດ.

top