ຂ່າວສານ

ນະໂຍບາຍເສດຖະກິດຂອງ ອາເມລິກາ ຈະບໍ່ປ່ຽນແປງໂດຍບໍ່ຫົວຊາຕໍ່ໝາກຜົນການເລືອກຕັ້ງກາງສະໄໝ

ໄຊຊະນະຂອງພັກປະຊາທິປະໄຕ ບໍ່ຕາງໜ້າໃຫ້ແກ່ການ ປະຕິເສດນະໂຍບາຍກະຕຸ້ນດ້ານແຫຼ່ງສະໜອງຂອງ ທ່ານປະທານາທິບໍດີ Trump.
(ພາບ​ປະ​ກອບ: VNA)

ວັນທີ 06 ພະຈິກ, ທ່ານ Kevin Hassett, ຜູ້ອຳນວຍການສະພາເສດ​ຖະ​ກິດ​ແຫ່ງ​ຊາດຂອງທຳນຽບຂາວ ອາ​ເມ​ລິ​ກາ ໄດ້ຢືນຢັນ ວ່ານະໂຍບາຍເສດ​ຖະ​ກິດ​ຂອງ ອາ​ເມ​ລິ​ກາ ພາຍໃຕ້ສະ​ໄໝ​ຂອງ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະບໍ່ມີການປ່ຽນແປງໃດໆ, ໂດຍບໍ່ຫົວ​ຊາ​ຕໍ່​ໝາກຜົນການເລືອກຕັ້ງສະພາກາງ​ສະ​ໄໝທີ່ຫາກໍ່ຜ່ານມາ.

ຕາມເຈົ້າໜ້າຂັ້ນ​ສູງນີ້, ໄຊຊະນະຂອງພັກ​ປະ​ຊາ​ທິ​ປະ​ໄຕ ບໍ່​ຕາງ​ໜ້າ​ໃຫ້ແກ່​ການ​ປະຕິເສດນະໂຍບາຍກະຕຸ້ນດ້ານ​ແຫຼ່ງສະໜອງຂອງ​ທ່ານປະທານາ​ທິ​ບໍ​ດີ Trump. ທ່ານ Hassett ໄດ້​ຢ້ຳ​ຄືນວ່າ ທ່ານປະທານາທິບໍດີມີ​ສິດ​ຢັບ​ຢັ້ງ ເຊິ່ງ​ທ່ານສາມາດ​ນຳໃຊ້ເພື່ອຮັກສາ​ການ​ກຳ​ນົດທິດ​ໂຄງ​ການ​ດຳ​ເນີນ​ງານ​ເສດ​ຖະ​ກິດ​ ຂອງ​ຕົນ.

ອາ​ເມ​ລິ​ກາ ໄດ້ຈັດການເລືອກຕັ້ງສະພາແຫ່ງ​ຊາດກາງສະໄໝ ໃນວັນທີ 03 ພະຈິກ, ດ້ວຍ​ໝາກ​ຜົນ ພັກ​ປະ​ຊາ​ທິ​ປະ​ໄຕຍາດໄດ້ການຄວບຄຸມ​ທັງ​ສະ​ພາ​ສູງ ແລະ ສ​ະ​ພາ​ຕ່ຳ.


top