ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໃຫ້ຂໍ້ສັງເກດວ່າ, ຖ້າສືບຕໍ່ຮັກສາ ແລະ ເປີດກວ້າງບັນດານະໂຍບາຍວີຊາໃຫ້ສະດວກ, ຫວຽດນາມ ຈະກາຍເປັນຈຸດນັດພົບແຖວໜ້າຢູ່ ອາຊີ
ທີ່ການໂອ້ລົມສົນທະນາ (ພາບ: TTXVN)
ເລື່ອງລັດຖະບານ ຫວຽດນາມ ເປີດກວ້າງການຍົກເວັ້ນວີຊາ, ແກ່ຍາວເວລາພັກເຊົາ ແລະ ນຳໃຊ້ນະໂຍບາຍອອກວີຊາເອເລັກໂຕນິກໄດ້ສ້າງຄວາມສະດວກ ບໍ່ພຽງແຕ່ຊ່ວຍເພີ່ມຈຳນວນແຂກທ່ອງທ່ຽວເທົ່ານັ້ນ, ຫາກຍັງແກ່ຍາວເວລາພັກເຊົາ, ກະຕຸ້ນແຂກທ່ອງທ່ຽວກັບມາເປັນຫຼາຍຄັ້ງ. ນີ້ແມ່ນຂໍ້ສັງເກດຂອງຂອງບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍວີຊາ ສ.ເກົາຫຼີ ແລະ ໄຕ້ຫວັນ (ຈີນ),ໂດຍສະຫະສະມາຄົມທ່ອງທ່ຽວນະຄອນ ໂຮ່ຈີມິນ ສົມທົບກັບສາຂາສະມາຄົມການທ່ອງທ່ຽວ, ສາຂາສະມາຄົມ ກອັບ ຈັດຂຶ້ນໃນວັນທີ 23 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ.
ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ວິສາຫະກິດທ່ອງທ່ຽວແລກປ່ຽນໂດຍກົງກັບຜູ້ຕາງໜ້າສະຖານກົງສູນໃຫຍ່ ສ.ເກົາຫຼີ ປະຈຳນະຄອນ ໂຮ່ຈີມິນ ແລະ ຫ້ອງການເສດຖະກິດວັດທະນະທຳ ໄທເປ (ໄຕ້ຫວັນ - ຈີນ) ປະຈຳນະຄອນ ໂຮ່ຈີມິນ. ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໃຫ້ຂໍ້ສັງເກດວ່າ, ຖ້າສືບຕໍ່ຮັກສາ ແລະ ເປີດກວ້າງບັນດານະໂຍບາຍວີຊາໃຫ້ສະດວກ, ຫວຽດນາມ ຈະກາຍເປັນຈຸດນັດພົບແຖວໜ້າຢູ່ ອາຊີ ສຳລັບແຂກທ່ອງທ່ຽວ ກອັບ ສ.ເກົາຫຼີ ແລະ ໄຕ້ຫວັນ (ຈີນ).