ດ້ວຍປະຫວັດຄວາມເປັນມາກວ່າ 300ປີ, ນະຄອນ ໂຮ່ຈີມິນ ມີຮ່ອງ ຮອຍ ທາງວັດທະນະທຳ-ປະຫວັດສາດ ທີ່ໜ້າສົນໃຈຫຼາຍຢ່າງ ກ່ຽວກັບ ເສັ້ນທາງທ່ີຍາກລຳບາກ ໃນການບຸກເບີກ, ພັດທະນາ ເປີດກວ້າງທີ່ດິນ ຂອງ ປະຊາຊົນ ພາກໃຕ້. ປັດຈຸບັນ, ຕົວເມືອງຢູ່ແຄມແມ່ນ້ຳ ໄຊງ່ອນ ດ້ວຍຄວາມໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ ປະສານເຂົ້າກັນ ກັບປັດໄຈ ວັດທະນະທຳ-ປະຫວັດສາດ ອັນເປັນ ມູນເຊື້ອ ແລະ ຄວາມເປັນເອກະ ລັກ ດ້ານລະບົບນິເວດ ຂອງ ເຂດທົ່ງພຽງແມ່ນ້ຳຂອງ ກຳລັງເປັນຈຸດ ໝາຍປາຍທາງ ທີ່ດຶງດູດໃຈ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ດ້ວຍປະຫວັດຄວາມເປັນມາກວ່າ 300ປີ, ນະຄອນ ໂຮ່ຈີມິນ ມີຮ່ອງ ຮອຍ ທາງວັດທະນະທຳ-ປະຫວັດສາດ ທີ່ໜ້າສົນໃຈຫຼາຍຢ່າງ ກ່ຽວກັບ ເສັ້ນທາງທ່ີຍາກລຳບາກ ໃນການບຸກເບີກ, ພັດທະນາ ເປີດກວ້າງທີ່ດິນ ຂອງ ປະຊາຊົນ ພາກໃຕ້. ປັດຈຸບັນ, ຕົວເມືອງຢູ່ແຄມແມ່ນ້ຳ ໄຊງ່ອນ ດ້ວຍຄວາມໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ ປະສານເຂົ້າກັນ ກັບປັດໄຈ ວັດທະນະທຳ-ປະຫວັດສາດ ອັນເປັນ ມູນເຊື້ອ ແລະ ຄວາມເປັນເອກະ ລັກ ດ້ານລະບົບນິເວດ ຂອງ ເຂດທົ່ງພຽງແມ່ນ້ຳຂອງ ກຳລັງເປັນຈຸດ ໝາຍປາຍທາງ ທີ່ດຶງດູດໃຈ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ນັກທ່ອງທ່ຽວຢ້ຽມຊົມ ທຳນຽບ ດົກເລິບ- ປູສະນີຍະສະຖານ ປະຫວັດ ສາດແຫ່ງຊາດພິເສດ ຢູ່ໃຈກາງ ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP
ຂີດໝາຍແຫ່ງການທ່ອງທ່ຽວວັດທະນະທຳ-ປະຫວັດສາດ
ໄຊງ່ອນ-ນະຄອນ ໂຮ່ຈີມິນ ຜ່ານ 300 ກວ່າປີແຫ່ງການກໍ່ຮ່າງສ້າງຕົວ ແລະ ພັດທະນາ, ແມ່ນດິນແດນແຫ່ງການເຕົ້າໂຮມກັນ ຂອງ ຫຼາຍກະ ແສ ວັດທະນະທຳ, ໃນນັ້ນ ພົ້ນເດັ່ນກວ່າໝູ່ ແມ່ນ ຂີດໝາຍວັດທະນະ ທຳ ຂອງ ຊາວ ຫວຽດ, ຈີນ, ຈຳ, ຂະແມ, ອິນເດຍ ແລະ ອື່ນໆ… ຕໍ່ມາ ໄດ້ຮັບອິດທິພົນ ຈາກ ວັດທະນະທໍາ ຂອງ ຝຣັ່ງ ແລະ ອາເມລິກາ.
ໃນໄລຍະຕົ້ນ ຈົນຮອດສະໄໝ ຝຣັ່ງ ປົກຄອງ ຄື ແຕ່ສະຕະວັດທີ XVII ເຖິງສະຕະວັດທີ XIX, ມີຫຼາຍກິດຈະກຳ ທາງດ້ານວັດທະນະທຳ, ການເຊື່ອຖື ທີ່ເປັນເອກະລັກ ໄດ້ຮັບການສ້າງ ຊຶ່ງສະແດງໃຫ້ເຫັນລັກສະນະ ວັດທະນະທຳ ຂອງ ຊາວ ພາກໃຕ້ ຢ່າງເຂັ້ມຂຸ້ນ ໃນການ ເດີນທາງ ບຸກເບີກຖາກຖາງ ເປີດກວ້າງ ທີ່ດິນ, ຕໍ່ສູ້ ຕ້ານການຮຸກຮານ ຈາກພາຍນອກ ກໍຄື ການສຳຜັດ, ປະສານກົມກຽວ ກັບຫຼາຍພື້ນຖານ ວັດທະນະທຳ ອື່ນໆ. ພົ້ນເດັ່ນທີສຸດແມ່ນລະບົບ ສາລາ, ວັດ, ສຳນັກ ສະມາຄົມ, ຫໍບູຊາເຊ່ັນ: ສາລາ ທົງໄຕໂຮ້ຍ, ສາລາ ມິງເຮືອງ, ວັດ ຢ໋າກເລີມ, ວັດ ບ່າທຽນເຮົ້າ, ວັດໃຫຍ່ ຢ໋າກວຽນ, ສຳນັກສະມາຄົມ ເຫງ້ຍອານ, ສຳນັກສະມາຄົມ ກວ໊າງຈ້ຽວ, ໂບດ ດຶກບ່າ, ໂບດ ທົງໄຕໂຮ້ຍ, ໂບດ ຖູດຶກ... ພ້ອມກັບ ງານບຸນວັດທະນະທຳ ອື່ນໆ ນັບຫຼາຍສິບຄັ້ງ ທີ່ມີສີສັນຫຼາກຫຼາຍ.
ຕໍ່ມາ, ໃນທ້າຍສະຕະວັດທີ XIX ແລະ ຕົ້ນສະຕະວັດທີ XX ມີໂຄງ ການກໍ່ສ້າງຂະໜາດໃຫຍ່ຫຼາຍແຫ່ງ ທີ່ເຕັມໄປດ້ວຍສີສັນ ສະຖາປັດ ຕະຍະກຳ ຝຣັ່ງ ທີ່ຍັງຄົງມີຢູ່ຈົນເຖິງປັດຈຸບັນເຊັ່ນ: ທ່າເຮືອ ຍ່າຣົ່ງ (1863), ທຳນຽບ ຖົ໋ງເຍິດ (1868) , ຫໍໄປສະນີກາງ (1886), ໂຮງມະ ໂຫລະສົບ (1898), ຕຶກສໍານັກງານໃຫຍ່ ຄະນະ ກໍາມະການ ປະຊາ ຊົນນະຄອນ (1898), ຕະຫຼາດ ເບ໋ນແທ່ງ (1912)…
ຫຼັງປີ 1975, ນອກຈາກເຂດປູຊະນີຍະສະຖານ ທາງປະຫວັດສາດ, ວັດທະນະທຳ ບູຮານ, ນະຄອນ ໂຮ່ຈີມິນ ຍັງໄດ້ສ້າງ ກິດຈະການວັດ ທະນະທຳ ແລະ ການທ່ອງທ່ຽວໃໝ່ອີກຫຼາຍແຫ່ງເຊັ່ນ: ສວນພຶກສາ ສາດ, ສວນສາທາລະນະ ເດີ່ມແຊນ, ຊ໋ວຍຕຽນ, ໜອງ ກີ່ຮ່ວາ, ເຂດທ່ອງທ່ຽວ ຊີວະພາບ ເກິ່ນເຢີ່... ເພື່ອເປັນສະຖານທີ່ລະຫຼິ້ນ, ບັນເທີງ ສຳລັບປະຊາຊົນ ແລະ ນັກທ່ອງທ່ຽວ. ພິເສດ, ມີກິດຈະການ ຮ່ອງຮອຍ ປະຫວັດສາດ, ປະຕິວັດ ຫຼາຍແຫ່ງ ກໍໄດ້ຮັບການຟື້ນຟູ, ບູລະນະ ເພື່ອຮັບໃຊ້ຄວາມຕ້ອງການມາຢ້ຽມຢາມ, ສຳຫຼວດ ກ່ຽວກັບປະຫວັດສາດ ຂອງນະຄອນຄື: ອຸມົງ ກູ່ຈີີ, ທຳນຽບ ດົກເລິບ, ອະນຸສອນ ສະຖານ ເບັ່໋ນເຢືອກ ກູ່ຈີ, 18 ບ້ານ ເວື່ອນເຈົ່າ, ຖານທີ່ໝັ້ນລອຍ ປ່າສາກ ແລະ ອື່ນໆ...
ມາຍັງນະຄອນ ໂຮ່ຈີມິນ ໃນທຸກວັນນີ້, ນັກທ່ອງທ່ຽວບໍ່ພຽງແຕ່ຈະໄດ້ເຫັນກັບຕາ ການພັດທະນາ ອັນມະຫັດສະຈັນ ຂອງ ສູນ ເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ ແລະ ວິທະຍາສາດ-ເຕັກໂນໂລຊີ ຊັ້ນນຳຂອງ ຫວຽດນາມ, ບ່ອນທີ່ມີບັນດາຕຶກອາຄານສູງສຽດຟ້າ, ສູນບັນເທີງ, ສູນການຄ້າ ທີ່ໜາແໜ້ນ, ຖະໜົນຫຼາຍສາຍ ທີ່ສະຫວ່າງ ສະໄຫວ ແສງສີ ຂອງດອກໄຟນາໆ ຊະນິດ ໃນຍາມຄໍ່າຄືນເທົ່ານັ້ນ, ແຕ່ຍັງໄດ້ຄົ້ນພົບຄວາມງາມແບບ ດັ້ງເດີມ ຂອງ ກິດຈະກຳ ວັດທະນະທຳ ບູຮານ ທີ່ໄດ້ຖືກຮັກສາໄວ້ ໄດ້ດີທີສຸດ.
ປັດຈຸບັນ, ໜຶ່ງໃນບັນດາລາຍການທ່ອງທ່ຽວ ທີ່ນັກທ່ອງທ່ຽວນິຍົມ ເມື່ອມາຍັງນະຄອນ ໂຮ່ຈີມິນ ແມ່ນໄປຢ້ຽມຊົມ ອະນຸສອນສະຖານພິເສດແຫ່ງຊາດ ທຳນຽບ ດົກເລິບ ຊຶ່ງເປັນບ່ອນສັກຂີພິຍານ ການພັງທະລາຍ ຂອງອຳນາດການປົກຄອງ ຫວຽດນາມ ສາທາລະນະ ໃນຕອນບ່າຍວັນທີ 30 ເມສາ 1975; ຫໍໄປສະນີກາງ ຂອງນະຄອນ, ສະຖາປັດຕະຍະ ກຳເກົ່າແກ່ ທີ່ເປັນເອກະລັກສະເພາະ ສະແດງໃຫ້ເຫັນການປະສົມ ປະສານ ທ່ີກົມກຽວ ລະຫວ່າງສະຖາປັດຕະຍະກຳ ຕາເວັນຕົກ ແລະ ຕາເວັນອອກ; ສຳຫຼວດ ອຸມົງ ກູ່ຈີ ຊຶ່ງເປັນກິດຈະກຳ ສາຖາ ປັດຕະຍະກຳ ການທະຫານທີ່ເປັນເອກະລັກ, ມີລະບົບອຸມົງ ຍາວ 200 ກມ, ເລິກລົງໄປໃຕ້ດິນ ດ້ວຍຄຸນປະໂຫຍດດ້ານການນຳໃຊ້ ຢ່າງຄົບຖ້ວນ ເພື່ອການກິນຢູ່, ການດໍາລົງຊີວິດ, ການຕໍ່ສູ້...
ຫໍວິຫານ ບູຊາ ບັນດາຜູ້ເສຍສະຫຼະຊີວິດເພື່ອຊາດ (ເມືອງ ກູ່ຈີ) ແມ່ນກຸ່ມສະຖາປັດຕະຍະກຳທີ່ກົມກຽວ ມີສີສັນວັດທະນະທຳ ຫວຽດ. ພາບ: ເອກະສານ ອຸມົງ ກູ່ຈີ
ສຳລັບນັກທ່ອງທ່ຽວທີ່ມັກການຄົ້ນຫາ ວັດທະນະທຳ, ປະຫວັດສາດ ແລະ ອາຫານ ທ້ອງຖິ່ນ ຈະໄດ້ສຳຜັດກັບລາຍການ “ກໍ່ເວິບ- ໜຶ່ງຮ້ອຍປີ ຊອກຫາຮ່ອງຮອຍບູຮານ” ດ້ວຍບັນດາການເຄື່ອນໄຫວ ທີ່ໜ້າດຶງດູດໃຈເຊັ່ນ: ຊົມ ຟ້ອນສິງໂຕ ຢູ່ ເຈີ້ເລີ໋ນ, ທ່ຽວຊົມ ຫໍບູຊາ ບູຮານ ຟູ່ເຈົາ, ສາລາ ເຕິນເຖີ໋ຍ, ວັດ ຟ໋າບເວິນ, ອຸມົງ ຝູ໋ຖໍ້ຮ່ວາ...
ຍູ້ແຮງພັດທະນາການທ່ອງທ່ຽວ ດ້ວຍຫຼາຍຮູບແບບໃໝ່
ພາຍຫຼັງການລະບາດໂຄວິດ-19, ເພື່ອສ້າງຄວາມດຶງດູດໃຈ ສຳລັບ ນັກທ່ອງທ່ຽວ, ແຕ່ຕົ້ນປີ 2022, ຂະແໜງການທ່ອງທ່ຽວນະຄອນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ “ນະຄອນ ໂຮ່ຈີມິນ ຍິນດີຕ້ອນຮັບ-Welcome to Ho Chi Minh City”, “ແຕ່ລະແຂວງ/ນະຄອນ ມີຢ່າງໜ້ອຍ ໜຶ່ງຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງ ທ້ອງຖິ່ນ”...
ນັກທ່ອງທ່ຽວສໍາຫຼວດ ເຂດອານຸລັກ ຊີວະນາໆ ພັນ ປ່າຊາຍເລນ ເກິ່ນເຢີ່. ພາບ: ທົງຫາຍ/VNP
ນັກທ່ອງທ່ຽວ ສໍາຫຼວດປ່າ ສາກ ຢູ່ໃນເຂດອານຸລັກ ຊີວະນາໆ ພັນ ປ່າຊາຍເລນ ເກິ່ນເຢີ່. ພາບ: ທົງຫາຍ/VNP
ຂະແໜງການທ່ອງທ່ຽວ ນະຄອນໄດ້ປະສານສົມທົບ ກັບນະຄອນ ຖູດຶກ ແລະ ເມືອງຕ່າງໆ ໃນເຂດ ຈັດຕັ້ງການສຳຫຼວດ ແລະ ສ້າງ ທົວ, ສາຍການທ່ອງທ່ຽວໃໝ່ ເພື່ອຍົກລະດັບ ແລະ ປັບປຸງຜະລິດຕະພັນທ່ອງທ່ຽວ ເພື່ອຕອບສະໜອງຄວາມຕ້ອງການໃໝ່ ຂອງ ນັກທ່ອງທ່ຽວ.
ທ່ອງທ່ຽວບັນເທິີງ-ອາຫານ-ບໍລິການຍາມກາງຄືນແມ່ນໜ່ຶງໃນສາມກຸ່ມຜະລິດ ຕະພັນທ່ອງທ່ຽວ ໄດ້ນະຄອນ ໂຮ່ຈີມິນສຸມໃສ່ພັດທະນາ. ຈາກນັ້ນສ້າງຜະລິດຕະພັນໃໝ່ ແລະ ເປັນເອກະລັກສະເພາະເພື່ອຮັບໃຊ້ຄວາມຕ້ອງການ ທ່ີນັບມື້ສູງຂຶ້ນ ຂອງ ນັກທ່ອງທ່ຽວ.
ປັດຈຸບັນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມານະຄອນ ໂຮ່ຈີມິນ ສາມາດເລືອກທົວ, ການທ່ອງທ່ຽວໃໝ່ຄື: ຊົມນະຄອນຈາກ ມຸມສູງດ້ວຍ ເຮລີກອບແຕ, ຊົມພະອາທິດຕົກ ແລະ ຄົ້ນພົບຄວາມ ງາມຂອງຕົວເມືອງ ຍາມຄໍ່າຄືນ ດ້ວຍການລ່ອງເຮືອ ຕາມແມ່ນໍ້າ.
ນອກຈາກນັ້ນ, ບັນດາເຂດຊານເມືອງ ກໍຊຸກຍູ້ພັດທະນາ ຮູບການ ທ່ອງທ່ຽວກະສິກຳ, ທ່ອງທ່ຽວຊີວະພາບ ຢ່າງແຮງ. ເຊັ່ນ: ເມືອງ ເກິ່ນເຢີ່ ແມ່ນເມືອງ ໜຶ່ງດຽວ ຂອງນະຄອນ ໂຮ່ຈີມິນ ມີຝັ່ງທະເລຍາວ 23 ກມ ພ້ອມກັບເນື້ອທີ່ແມ່ນໍ້າລຳເຊ ແລະ ລະບົບນິເວດປ່າ ຊາຍເລນ ກວ່າ 22.000 ເຮັກຕາ ທີ່ເປັນເອກະລັກ ສະເພາະ, ເຮັດໃຫ້ອາກາດ ເຢັນສະບາຍ ແລະ ສົດຊື່ນ ຕະຫຼອດປີ. ເປັນໜຶ່ງໃນບັນດາເຂດອະນຸລັກຊີວະນາໆ ພັນ ແຫ່ງທຳອິດ ຢູ່ ຫວຽດນາມ, ໄດ້ຮັບຂະໜານນາມວ່າ ເປັນ “ເກາະດອນຂຽວ” ຂອງນະຄອນ ທີ່ມີປ່າຊາຍເລນ ມີຄວາມສວຍງາມດັ້ງເດີມ. ມາຍັງເຂດທ່ອງທ່ຽວຊີວະພາບ ເກິ່ນເຢີ່, ນັກທ່ອງທ່ຽວ ຈະໄດ້ຄົ້ນພົບທຳມະຊາດທີ່ງົດງາມມະຫັດສະຈັນ ແລະ ຊວນຝັນ ຢູ່ຕາມບັນດາສະຖານທີ່ທ່ອງທ່ຽວ ທີ່ຖືກສ້າງຂຶ້ນ ໂດຍສະພາບແວດລ້ອມທຳມະຊາດ ທ່ີມີຢູ່ແລ້ວ.
ຂີ່ເຮືອ ນົກຫົງ ໄປສຳຫຼວດ ຄອງເໝືອງ ຍຽວລົກ ທີ່ໄຫຼ ລະອິດລະອ້ຽວໃນໃຈກາງເມືອງ. ພາບ: ທົງຫາຍ/VNP
ສິ່ງທີ່ໜ້າສົນໃຈອີກຢ່າງໜຶ່ງແມ່ນ ນັກທ່ອງທ່ຽວ ຕ່າງປະເທດ ເປັນຈຳນວນຫຼາຍ ຍັງໄດ້ເລືອກທ່ຽວທາງແມ່ນ້ຳ ເພື່ອສຳຫຼວດ ໄຊງ່ອນ. ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍ ຜູ້ໂດຍສານທີ່ເດີນ ທາງດ້ວຍທາງນ້ຳ, ນະຄອນ ໂຮ່ຈີມິນ ໄດ້ເປີດນຳໃຊ້ ທາງລົດໄຟ 3 ສາຍ ທີ່ເຊື່ອມຕໍ່ຢ່າງໄວ ຈາກທ່າກຳປັ່ນ ເຖິງສະຖານທີ່ທ່ອງທ່ຽວ ໃນຕົວເມືອງ.
ເມືອງ ກູ່ຈີ ຍັງຖືວ່າ ແມ່ນ “ເຂດລ້ອມຮອບຂຽວ” ຂອງ ນະຄອນ ໂຮ່ຈີມິນ, ເໝາະສົມເພື່ອພັດທະນາການທ່ອງທ່ຽວຊີວະພາບ, ທ່ອງທ່ຽວ ສວນ. ເມື່ອມາຍັງ ກູ່ຈີ, ນັກທ່ອງທ່ຽວຈະໄດ້ ຢ້ຽມຊົມ ສວນໝາກໄມ້ ລຽບຕາມແມ່ນ້ຳ ໄຊງ່ອນ, ເຂດນິຄົມຂຽວ, ເຂດກະສິກຳເຕັກໂນໂລຊີສູງ, ອຸມົງ ກູ່ຈີ… ຫຼື ສຳຜັດກັບຄວາມສຸກ ຂອງ “ມື້ໜຶ່ງເປັນຊາວກະສິ ກອນ” ຢູ່ບັນດາເຂດເຮືອນສວນ ທີ່ອຸດົມສົມບູນ.
ເປັນທີ່ຮູ້ກັນດີວ່າ, ປັດຈຸບັນ, ນະຄອນ ໂຮ່ຈີມິນ ພວມສຸມໃສ່ພັດທະນາບັນດາກຸ່ມຜະລິດຕະພັນທ່ອງທ່ຽວບັນເທິີງ-ອາຫານ-ບໍລິການຍາມກາງ ຄືນ ແນໃສ່ສ້າງບັນດາຜະລິດຕະພັນໃໝ່ ແລະ ເປັນເອກະລັກສະເພາະ ເພື່ອຮັບໃຊ້ຄວາມຕ້ອງການ ທ່ີນັບມື້ສູງຂຶ້ນ ຂອງ ນັກທ່ອງທ່ຽວ.
ຜ່ານປະສົບການຕົວຈິງ ກັບການລ່ອງເຮືອທ່ອງທ່ຽວ ຢູ່ຕາມແມ່ນ້ໍາ ໄຊງ່ອນ. ພາບ: ເອກະສານ
ນະຄອນ ໂຮ່ຈີມິນ ມີ 366 ສະຖານທີ່ສາມາດຂຸດຄົ້ນ ແລະ ພັດທະນາຜະລິດຕະພັນ ການທ່ອງທ່ຽວ ດ້ວຍ 4 ກຸ່ມໃຫຍ່ຄື: ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວວັດທະນະທຳ ທີ່ເປັນຮູບປະທໍາ ແລະ ທ່ອງທ່ຽວຕິດພັນກັບກິດຈະກຳຕ່າງໆ ທີ່ຖືກສ້າງຂຶ້ນໂດຍມະນຸດ, ທັນສະໄໝ. ປັດຈຸບັນ, ຂະແໜງ ອຸດສາຫະກຳ ການທ່ອງທ່ຽວ ຂອງ ນະຄອນ ໄດ້ສົມທົບ ກັບວິສາຫະກິດ ປະກາດ ແລະ ຜັນຂະຫຍາຍບັນດາໂຄງ ການທ່ອງທ່ຽວ ກວ່າ 40 ລາຍການ ໃນບັນດາເມືອງ.
ບົດ: VNP/ທົງຫາຍ - ພາບ: ທົງຫາຍ, ຫງວຽນລວນ ແລະ ເອກະສານ - ແປໂດຍ: ບິກລຽນ