ຂ່າວສານ

ນະຄອນ ໂຮ່ຈີມິນ ຢັ້ງຢືນ ພະລັງຊີວິດທີ່ເຂັ້ມແຂງ, ນຳຫນ້າໃນການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາ

ໃນໄລຍະເກືອບເຄິ່ງສັດຕະວັດຜ່ານມາ, ນະຄອນໂຮ່ຈີມິນ ຍາມໃດກໍ່ຢັ້ງຢືນບົດບາດນຳຫນ້າ, ຂະຫຍັນຂັນເຄື່ອນໃນກິດຈະການສ້າງສາ, ປ່ຽນແປງໃຫມ່ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ. ເພື່ອຮັກສາທ່າເຕີບໂຕ ແລະ ບົດບາດກຳລັງຫນູນແຜ່ຂະຫຍາຍຂອງເຂດເສດຖະກິດຈຸດສຸມ ທາງພາກໃຕ້ ແລະ ທົ່ວປະເທດ, ນະຄອນ ໂຮ່ຈີມິນ ມີຫລາຍນະໂຍບາຍ, ກົນໄກສະດວກ, ສ້າງບາດກ້າວບຸກທະລຸເພື່ອພັດທະນາເສດຖະກິດ - ສັງຄົມ.
ຮູບພາບ ນະຄອນ ໂຮ່ຈີມິນ. ພາບ:TTXVN

ປະຈຸບັນ, ນະຄອນໂຮ່ຈີມິນ ຍາມໃດກໍ່ຮັກສາທີ່ຕັ້ງນຳຫນ້າທາງດ້ານເສດຖະກິດຂອງທົ່ວປະເທດ.ໄລຍະ 2016 – 2020, ຍອດຜະລິດຕະພັນ (GRDP)ໃນບໍລິເວນນະຄອນໂຮ່ຈີມິນ ເພີ່ມຂຶ້ນສະເລ່ຍ 6,41%, ສູງກວ່າເມື່ອທຽບໃສ່ລະດັບສະເລ່ຍ 6% ຂອງທົ່ວປະເທດ. ນະຄອນໂຮ່ຈີມິນ ປະກອບສ່ວນ22,2% ເຂົ້າເສດຖະກິດຂອງທົ່ວປະເທດ ແລະ ນະຄອນຍັງແມ່ນສູນອຸດສາຫະກຳ ແລະ ການບໍລິການໃຫຍ່ສຸດຂອງທົ່ວປະເທດ, ກວມເອົາ 15% ອຸດສາຫະກຳ ແລະ 33% ການບໍລິການຂອງທົ່ວປະເທດ.

ນະຄອນໂຮ່ຈີມິນ ໄດ້ ແລະ ພວມສ້າງໂຄງປະກອບເສດຖະກິດໂດຍສັງລວມຄືນໃຫມ່ ຕິດພັນກັບການປ່ຽນແປງໃຫມ່ຮູບແບບເຕີບໂຕ ໂດຍອີງໃສ່ພື້ນຖານເສດຖະກິດພູມປັນຍາ, ໝູນໃຊ້ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະສະມັດຕະພາບແຮງງານສູງ. ນະຄອນ ມຸ່ງໄປເຖິງຈະກາຍເປັນສູນການບໍລິການໃຫຍ່ຂອງທົ່ວປະເທດ ແລະ ພາກພື້ນດ້ວຍຫລາຍຂະແຫນງບໍລິການທັນສະໄຫມ, ມີຄຸນນະພາບສູງ, ພັດທະນາອຸດສາຫະກຳຕາມທິດລົງເລິກ, ບຸລິມະສິດບັນດາຂະແຫນງ ແລະ ຜະລິດຕະພັນໝູນໃຊ້ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ, ດຶງດູດການລົງທຶນຂອງຕ່າງປະເທດໂດຍມີການຄັດເລືອກຕາມທິດບຸລິມະສິດບັນດາໂຄງການເຕັກໂນໂລຊີສູງ, ການຄຸ້ມຄອງທັນສະໄຫມ ແລະ ມີການກະທົບແບບແຜ່ຂະຫຍາຍ, ເຊື່ອມຕໍ່ຢ່າງແຫນ້ນແຟ້ນກັບເສດຖະກິດພາຍໃນປະເທດ. ທ່ານ ຫງວຽນວັນເນນ, ເລຂາຄະນະພັກນະຄອນໂຮ່ຈີມິນ ເນັ້ນຫນັກເລື່ອງສ້າງລະບອບລະບຽບການ, ບັນດານະໂຍບາຍທີ່ສະດວກເພື່ອໃຫ້ນະຄອນພັດທະນາ:

ນະຄອນໂຮ່ຈີມິນ ບໍ່ໄດ້ປະໃຫ້ປະຊາຊົນວິສາຫະກິດລໍຖ້າບັນດາຂໍ້ກຳນົດ ຫາກສ້າງເງື່ອນໄຂສະດວກ ຊອກຫາມາດຕະການເພື່ອແກ້ໄຂໃຫ້ເຂົາເຈົ້າໃນວຽກງານບໍລິຫານກໍ່ຕ້ອງມີຄວາມຂະຫຍັນຂັນເຄື່ອນກ້າຄິດກ້າທຳ, ບໍ່ຕາຍໂຕ...ເພາະວ່າສະພາບການປະຈຸບັນມີການຜັນແປຫລາຍຢ່າງຊີວິດຍາມໃດກໍ່ຂະຫຍັນຂັນເຄື່ອນ ສະນັ້ນ ຜູ້ບໍລິຫານກໍ່ຕ້ອງມີຄວາມຂະຫຍັນຂັນເຄື່ອນໄປນຳປັບຕົວໃຫ້ແທດເໝາະກັບສະພາບການ ແຕ່ຕ້ອງກຳແຫນ້ນ ແລະ ໄປຕາມແນວທາງແຜນນະໂຍບາຍຂອງພັກລັດ ເພື່ອໃຫ້ກ້າວເດີນຢ່າງຖືກທິດ.

ປີນີ້ ນະຄອນໂຮ່ຈີມິນ ຕັດສິນໃຈສ້າງບາດກ້າວບຸກທະລຸໃນການຫັນປ່ຽນກ່ຽວກັບພື້ນຖານໂຄງລ່າງ, ພະຍາຍາມນຳບັນດາໂຄງການໃຫຍ່, ກິດຈະການຈຸດສຸມເຂົ້າເຄື່ອນໄຫວ, ແກ້ໄຂຈຸດອຸດຕັນດ້ານພື້ນຖານໂຄງລ່າງ, ຊື່ງທຳອິດແມ່ນບັນຫາຄົມມະນາຄົມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນພັດທະນາເສດຖະກິດ. ທ່ານ ປອ ຫງວຽນຊວນແທ່ງ, ອາຈານສອນ ສັງກັດມະຫາວິທະຍາໄລ Fulbrightຍົກຄຳເຫັນວ່າ:

 “ບັນຫາສຳຄັນທີ່ສຸດ ແມ່ນຕ້ອງວາງຜົນປະໂຫຍດດ້ານຄົມມະນາຄົມຂຶ້ນແຖວຫນ້າກໍ່ສ້າງໃຫ້ຄົມມະນາຄົມມີຄວາມສະດວກສະບາຍຫລຸດຜ່ອນການໃຊ້ເວລາລາຍຈ່າຍໃນການເຄື່ອນໄຫວສະນັ້ນ ໃນເສັ້ນທາງອ້ອມຮອບຕົວເມືອງ ພະຍາຍາມເຮັດແນວໃດໃຫ້ມີເສັ້ນທາງຄວາມໄວສູງຫລາຍຕອນຕ້ອງມີເສັ້ນທາງໄປຄຽງຄູ່ ເພື່ອຮັບປະກັນຄາດໝາຍແຖວຫນ້າແມ່ນຜົນປະໂຫຍດໂດຍກົງຈາກຄົມມະນາຄົມ.

ພ້ອມກັບເລື່ອງແກ້ໄຂຈຸດອຸດຕັນດ້ານພື້ນຖານໂຄງລ່າງ, ນະຄອນໂຮ່ຈີມິນ ຈະສຸມໃສ່ຫນູນຊ່ວຍວິສາຫະກິດຫລາຍກວ່າອີກ. ການນຳນະຄອນໂຮ່ຈີມິນ ຈະເພີ່ມທະວີການພົບປະ, ຮັບຟັງຄຳເຫັນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ວິສາຫະກິດ ເພື່ອໃຫ້ວິສາຫະກິດມີຄວາມອຸ່ນອຽນໃຈໃນການຜະລິດດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ສັງຄົມຫລາຍກວ່າອີກ. ທ່ານ ຟ້າມຟູຫລື, ຮອງຫົວຫນ້າສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

 “ໃນການເຄື່ອນໄຫວສົ່ງເສີມການລົງທຶນການຄ້າປີນີ້ ພວກຂ້າພະເຈົ້າສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວເຊື່ອມຕໍ່ການພົວພັນຄ້າຂາຍສິນຄ້າເປັນເຈົ້າການສົມທົບກັບບັນດາສະຫະສະມາຄົມວິສາຫະກິດຂອງບັນດາປະເທດ,ຕ້ອນຮັບຄະນະວິສາຫະກິດຕ່າງປະເທດທີ່ມາຊອກຫາສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ນະຄອນໂຮ່ຈີມິນຜ່ານນັ້ນ ກໍ່ເຊື່ອມຕໍ່ວິສາຫະກິດພາຍໃນປະເທດ ກັບວິສາຫະກິດຕ່າງປະເທດສຸມໃສ່ເຂົ້າໃນໝວດຂະແຫນງຜະລິດຕະພັນສົ່ງອອກຫລັກແຫລ່ງຂອງ ນະຄອນໂຮ່ຈີມິນອອກສູ່ບັນດາຕະຫລາດ.

ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນໂຮ່ຈີມິນຄັ້ງທີ XI ໄດ້ກຳນົດ 3 ເສົາຄ້ຳ. ຮອດປີ 2025 ນະຄອນໂຮ່ຈີມິນກາຍເປັນຕົວເມືອງອັດສະລິຍະ, ນະຄອນແຫ່ງການບໍລິການ, ອຸດສາຫະກຳຕາມທິດທັນສະໄຫມ, ຮັກສາບົດບາດນຳຫນ້າດ້ານເສດຖະກິດ, ກຳລັງຫນູນເຕີບໂຕຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ແລະຂອງທົ່ວປະເທດ, ນຳຫນ້າໃນດ້ານນະວັດຕະກຳ, ມີຄຸນນະພາບໃນການດຳລົງຊີວິດທີ່ດີ, ສີວິໄລ, ທັນສະໄຫມ. GRDPສະເລ່ຍໃສ່ຫົວຄົນແມ່ນປະມານ8.500 USD. ຮອດປີ 2030 ແມ່ນນະຄອນແຫ່ງການບໍລິການ, ອຸດສາຫະກຳທັນສະໄຫມ, ນະຄອນແຫ່ງວັດທະນະທຳ, ນຳຫນ້າດ້ານເສດຖະກິດດິຈີຕອນ, ສັງຄົມດິຈີຕອນ, GRDPສະເລ່ຍໃສ່ຫົວຄົນແມ່ນປະມານ13.000USD,ແມ່ນສູນເສດຖະກິດການເງິນ, ການຄ້າວິທະຍາສາດເຕັກໂນໂລຊີແລະວັດທະນະທຳຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ວິໄສທັດຮອດປີ 2045 ນະຄອນຈະກາຍເປັນສູນເສດຖະກິດການເງິນຂອງອາຊີ, ພັດທະນາແບບຍືນຍົງມີຄຸນນະພາບໃນການດຳລົງຊີວິດທີ່ສູງ, GRDPສະເລ່ຍໃສ່ຫົວຄົນແມ່ນປະມານ 37.000USD ແມ່ນຈຸດນັດພົບອັນດູດດຶ່ມຂອງນັກທ່ອງທ່ຽວແລະບັນດານັກລົງທຶນສາກົນ.


top