ເສດຖະກິດ

ນະຄອນ ໂຮ່ຈີມິນ ກໍານົດໃຫ້ ອຸດສາຫະກຳ ວັດທະນະທຳ ກາຍເປັນຂະແໜງເສດຖະກິດປາຍແຫຼມ

ນະຄອນ ໂຮ່ຈີມິນ ກໍາລັງສົ່ງເສີມພັດທະນາອຸດສາຫະກຳ ວັດທະນະທຳ, ແນໃສ່ນຳຂົງເຂດນີ້ ກາຍເປັນເສດຖະກິດ ປາຍແຫຼມ. ດ້ວຍທ່າແຮງບົ່ມຊ້ອນ ແຫ່ງຫົວຄິດປະດິດສ້າງ, ແຫຼ່ງກຳລັງ ວັດທະນະທຳ ທ່ີອຸດົມສົມບູນ ແລະ ຍຸດທະສາດ ການພັດທະນາໃນ ໄລຍະຍາວ, ນະຄອນມີຄວາມຫວັງ ທີ່ຈະສ້າງແຮງຂັບເຄື່ອນ ການເຕີບໂຕໃໝ່ ໃຫ້ແກ່ອະນາຄົດ.

ນະຄອນ ໂຮ່ຈີມິນ ກໍາລັງສົ່ງເສີມພັດທະນາອຸດສາຫະກຳ ວັດທະນະທຳ, ແນໃສ່ນຳຂົງເຂດນີ້ ກາຍເປັນເສດຖະກິດ ປາຍແຫຼມ. ດ້ວຍທ່າແຮງບົ່ມຊ້ອນ ແຫ່ງຫົວຄິດປະດິດສ້າງ, ແຫຼ່ງກຳລັງ ວັດທະນະທຳ ທ່ີອຸດົມສົມບູນ ແລະ ຍຸດທະສາດ ການພັດທະນາໃນ ໄລຍະຍາວ, ນະຄອນມີຄວາມຫວັງ ທີ່ຈະສ້າງແຮງຂັບເຄື່ອນ ການເຕີບໂຕໃໝ່ ໃຫ້ແກ່ອະນາຄົດ.

ຂີດໝາຍສຳຄັນໜຶ່ງ ແມ່ນໃນວັນທີ 31 ຕຸລາ 2025, ນະຄອນ ໂຮ່ຈີມິນ ໄດ້ຮັບການຈົດທະບຽນຈາກ ອົງການ UNESCO ໃຫ້ ເປັນ “ຕົວເມືອງ ສ້າງສັນ ໃນຂົງເຂດຮູບເງົາ”, ກາຍເປັນ ຕົວແທນ ທຳອິດ ຂອງ ອາຊີຕາເວັນອອກສຽງໃຕ້ ທີ່ໄດ້ຮັບ ນາມມະຍົດນີ້. ນີ້ຖືວ່າແມ່ນໂອກາດ ເພື່ອໃຫ້ ນະຄອນ ຊຸກຍູ້ ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຕາມທິດ ເປັນມືອາຊີບ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ຜູ້ຊົມຈຳນວນຫຼວງຫຼາຍ ມີຄວາມມວ່ນຊື່ນຕື່ນເຕັ້ນ ໃນການ ຮັບຊົມ ລາຍການ ສິລະປະດົນຕີໃນຮູບເງົາ “Cineshow - Music in Film” ຢູ່ເທິງເວທີກາງແຈ້ງ ໃນງານມະຫາກຳ ຮູບເງົາສາກົນ ນະຄອນ ໂຮ່ຈີມິນ.  ພາບ: ເອກະສານ
ພື້ນທີ່ງານມະຫາກຳ ທີ່ສະຫງ່າງາມ ຂອງ ງານມະໂຫລານ ຮູບເງົາ ສາກົນ ນະຄອນ ໂຮ່ຈີມິນ ຢູ່ເຂດໂຮງລະຄອນນະຄອນ. ພາບ: ເອກະສານ

ປັດຈຸບັນ, ນະຄອນ ໂຮ່ຈີມິນ ມີຂະໜາດອຸດສາຫະກຳ ວັດທະນະທຳ ໃຫຍ່ທີ່ສຸດ ໃນທົ່ວປະເທດ ໂດຍມີແຮງງານ ປະມານ 97.000 ຄົນ ແລະ ມີວິສາຫະກິດກວ່າ 17.670 ແຫ່ງ ເຄື່ອນໄຫວ ໃນບັນດາຂົງເຂດສ້າງສັນ. ໃນໄລຍະປີ 2010 - 2019, ມູນຄ່າການຜະລິດ ຂອງ ບັນດາຂະແໜງອຸດສາຫະກຳ ວັດທະນະທຳ ໄດ້ເພີ່ມຂຶ້ນຈາກກວ່າ 36.000 ຕື້ດົ່ງ ຂຶ້ນເປັນ ກວ່າ 84.000 ຕື້ດົ່ງ (ປະມານກວ່າ 3 ຕື້ ໂດລາສະຫະລັດ). ຮອດທ້າຍ ປີ 2025, ຂົງເຂດນີ້ ໄດ້ປະກອບສ່ວນປະມານ 5,7% ຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ຂອງ ນະຄອນ.  

ທ່າແຮງບົ່ມຊ້ອນແຫ່ງການພັດທະນາ ຍັງມາຈາກແຫຼ່ງ ຊັບພະຍາກອນ ວັດທະນະທຳ ທີ່ອຸດົມສົມບູນ. ປັດຈຸບັນ, ນະຄອນ ມີປູຊະນີຍະສະຖານ ດ້ານປະຫວັດສາດ - ວັດທະນະທໍາ ທີ່ໄດ້ຮັບການ ຈັດອັນດັບ 314 ແຫ່ງ, ໃນນັ້ນມີ ປູຊະນີຍະສະຖານ ແຫ່ງຊາດພິເສດ 4 ແຫ່ງ, ຄຽງຄູ່ກັບ ງານ ເທສະການມູນເຊື້ອ ທ່ີເປັນເອກະລັກ ສະເພາະຫຼາຍຢ່າງ ເຊັ່ນ: ງານບຸນ ງິງອົງ,  ງານບຸນ ວັດບ່າທຽນເຮົ້າ, ງານບຸນ ເພັງ 15 ຄໍ່າ ເດືອນຈຽງ ຫຼື ສິລະປະການ ເຊີ້ງ ສິງໂຕ -ມັງກອນ... ນີ້ແມ່ນ ແຫຼ່ງບັນດານໃຈທ່ີສຳຄັນ ໃຫ້ແກ່ຂະແໜງຮູບເງົາ, ການອອກແບບ, ການໂຄສະນາ, ການທ່ອງທ່ຽວ ວັດທະນະທຳ ແລະ ຫຼາຍຂົງເຂດສ້າງສັນ ອື່ນໆ.  

ຄຽງຄູ່ກັນນັ້ນ, ນະຄອນ ໂຮ່ຈີມິນ ຍັງມີທ່າແຮງໃນການຈັດຕັ້ງ ບັນດາເຫດການວັດທະນະທຳ, ສິລະປະ ທີ່ມີຂະໜາດໃຫຍ່. ບັນດາງານມະຫາກຳຮູບເງົາສາກົນ, ງານເທສະການ ສະແດງຊຸດ ອ໋າວຢ່າຍ (ເສື້ອຍາວ), ງານບຸນແມ່ນ້ຳລຳເຊ, ລາຍການ ແຟຊັ່ນ ແລະ ດົນຕີ ໄດ້ປະກອບສ່ວນ ສ້າງຊີວິດການເປັນຢູ່ ທາງດ້ານ ວັດທະນະທຳ ອັນຄຶກຄັກ, ດຶງດູດມວນຊົນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ.

 

ງານບຸນແສງສີ 3D mapping ໃນເຫດການ “ສີສັນ ແຫ່ງນະ ຄອນ ທ່ີໄດ້ຮັບກຽດໃສ່ຊື່ ລຸງໂຮ່” ຢູ່ນະຄອນ ໂຮ່ຈີມິນ. ພາບ: ດິງຫາຍຫງອກ
ການສະແດງສິລະປະ ປະດິດສ້າງຫຸ່ນຍົນ, ສະແດງໃຫ້ເຫັນ ເຖິງ ຈິດວິນຍານ ເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ງານ GRECO 2025 ຢູ່ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNA

ພິເສດ, ພາຍຫຼັງການຮ່ວມເຂົ້າກັນທາງດ້ານການບໍລິຫານ, ຈັດ ຕັ້ງປະຕິບັດຮູບແບບອຳນາດການປົກຄອງສອງຂັ້ນ, ນະຄອນ ຍັງ ມີທ່າແຮງໃໝ່ຕື່ມອີກຫຼາຍຢ່າງ. ແຂວງ ບິ່ງເຢືອງ ດ້ວຍທ່າແຮງ ທາງດ້ານເຕັກໂນໂລຊີ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍໜູນການ ຫັນເປັນ ດີຈີຕອນ ແລະ ການໝູນໃຊ້ ເຕັກໂນໂລຊີ ໃນບັນດາ ຂະແໜງສ້າງສັນ. ໃນຂະນະດຽວກັນ, ແຂວງ ບ່າເຣ້ຍ - ຫວຸງເຕົ່າ ດ້ວຍທ່າແຮງບົ່ມຊ້ອນທາງດ້ານ ການທ່ອງທ່ຽວ ແລະ ກິລາທາງທະເລ ຈະປະກອບສ່ວນເຂົ້າໃນ ການພັດທະນາ ບັນດາເຫດການ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ລະດັບສາກົນ.  

ຕາມໂຄງການພັດທະນາ ອຸດສາຫະກຳວັດທະນະທຳ ຮອດປີ 2030, ນະຄອນ ໂຮ່ຈີມິນ ໄດ້ຕັ້ງເປົ້າໝາຍລາຍຮັບ ຂອງ ຂົງເຂດນີ້ ໃຫ້ໄດ້ກວ່າ 7,2% GRDP. ນະຄອນ ຈະສຸມໃສ່ ພັດທະນາ 8 ຂົງເຂດຈຸດສຸມ ລວມມີ: ຮູບເງົາ, ສິລະປະ ການສະແດງ, ວິຈິດສິນ, ແຟຊັ່ນ, ຖ່າຍຮູບ, ການຈັດ ງານ ວາງສະແດງ, ການໂຄສະນາ ແລະ ການທ່ອງທ່ຽວ ວັດທະນະທຳ; ທັງສູ້ຊົນ ສ້າງໃຫ້ໄດ້ ຢ່າງໜ້ອຍ 5 ເຄື່ອງໝາຍການຄ້າແຫ່ງຊາດ ໃນບັນດາຂົງເຂດເຫຼົ່ານີ້.

ການສະແດງຂັບ ໂບ້ຍ ຢູ່ເທິງຖະໜົນ ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNA
ການເຊີ້ງມັງກອນ ຂອງຊາວ ຈີນ ໃນໂອກາດບຸນເພັງ 15 ຄໍ່າ ເດືອນຈຽງ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ເຈິ່ນເຖ໋ຟອງ

ເພື່ອເຮັດໃຫ້ເປົ້າໝາຍດັ່ງກ່າວ ປາກົດຜົນເປັນຈິງ, ນະຄອນ ຈະ ຜັນຂະຫຍາຍບັນດານະໂຍບາຍບຸລິມະສິດ ທາງດ້ານອາກອນ ແລະ ສິນເຊື່ອ, ເພີ່ມທະວີການປົກປ້ອງ ສິດຊັບສິນທາງປັນຍາ, ຊ່ວຍໜູນວົງການ ສິລະປິນ ແລະ ວິສາຫະກິດປະດິດສ້າງ, ທັງ ຊຸກຍູ້ການກໍ່ສ້າງ ແຫຼ່ງກຳລັງແຮງງານ ທີ່ມີຄຸນນະພາບສູງ, ການ ປະຍຸກໃຊ້ ວິທະຍາສາດ ເຕັກໂນໂລຊີ ແລະ ການຫັນເປັນ ດີຈີ ຕອນ.  

ການພັດທະນາ ອຸດສາຫະກຳ ວັດທະນະທຳ ບໍ່ພຽງແຕ່ ແນໃສ່ ສ້າງມູນຄ່າ ທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງປະກອບ ສ່ວນສ້າງ ພະລັງອ່ອນ (Soft power), ໂຄສະນາຮູບພາບ ປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ອອກສູ່ໂລກ. ດ້ວຍ ບັນດາທ່າແຮງທີ່ມີຢູ່ແລ້ວ ຄຽງຄູ່ກັບຍຸດທະສາດ ການພັດທະນາ ທ່ີຈະແຈ້ງ, ນະຄອນ ໂຮ່ຈີມິນ ພວມກ້າວໄປ ເທື່ອລະກ້າວ ໃນການນຳເອົາອຸດສາຫະກຳ ວັດທະນະທຳ ກາຍເປັນຂະແໜງເສດຖະກິດປາຍແຫຼມ, ສ້າງກຳລັງໜູນ ໃຫ້ແກ່ການເຕີບໂຕຢ່າງຍືນຍົງໃນອະນາຄົດ.

ບົດ: ແທັງຮ່ວາ - ພາບ: ທົງຫາຍVNP, ເຈິ່ນເຖ໋ຟອງ, ດິງຫາຍຫງອກ ແລະ ເອກະສານ


top