ຂ່າວສານ

ນະຄອນ ໂຮ່ຈິມິນ ນຳການພົວພັນຕ່າງປະເທດຢູ່ຂອງທ້ອງຖິ່ນໃຫ້ກາຍເປັນກຳລັງໜູນນະວັດຕະກໍາ ແລະ ການເຕີບໂຕແບບຍືນຍົງ

ການສົນທະນາມິດຕະພາບນະຄອນ ໂຮ່ຈິມິນ ຄັ້ງທີ 3 ປີ 2026 ຈັດຂຶ້ນແຕ່ວັນທີ 10 ຫາວັນທີ 12 ກັນຍາ ຢູ່ຕາແສງ ວຸງເຕົ່າ. ເຫດການໄດ້ດຶງດູດຜູ້ແທນ ຢູ່ພາຍໃນ ແລະ ສາກົນເກືອບ 500 ຄົນ.
  ທ່ານ ຫງວຽນລົກຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ. (ພາບ: VNA)  

ກອງປະຊຸມເຈົ້າຄອງນະຄອນໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່​ຕາ​ແສງ ວຸງເຕົາ (ນະຄອນ ໂຮ່ຈິມິນ). ດ້ວຍຫົວຂໍ້ "ການທູດ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງທ້ອງຖິ່ນ - ກຳລັງ​ໜູນ​ໃຫ້​ແກ່ນະວັດຕະກໍາ ແລະ ການເຕີບໂຕແບບຍືນຍົງ", ກອງປະຊຸມໄດ້ສຸມໃສ່ ຊີ້ແຈ້ງບົດບາດເປັນ​ເຈົ້າ​ຂອງ​ອຳ​ນາດ​ການ​ປົກ​ຄອງທ້ອງຖິ່ນໃນການ​ຜັນ​ຂະ​ຫຍາຍແນວ​ທາງ​ການຕ່າງປະເທດແຫ່ງຊາດ, ພ້ອມກັນ​ນັ້ນ, ຊອກຫາບັນ​ດາຮູບແບບ ການຮ່ວມມື​ແທ​ດ​ຈິງ, ເໝາະສົມກັບຄວາມຕ້ອງການ ແລະ ທ່າ​ແຮງຂອງແຕ່ລະທ້ອງຖິ່ນ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ຫງວຽນລົກຮ່າ, ຮອງປະທານຜູ້​ປະ​ຈຳ​ການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ຊີ້​ແຈ້ງວ່າ:

“ເຄືອຂ່າຍການພົວພັນຮ່ວມມືມິດ​ຕະ​ພາບ​ກັບ 88 ທ້ອງຖິ່ນ​ຂອງຕ່າງປະເທດ ແລະ ເກືອບ 20 ອົງການຄູ່ຮ່ວມ​ມືສາກົນ​ໃນ​ປະ​ຈຸ​ບັນແມ່ນພື້ນຖານທີ່ສຳຄັນເພື່ອ​ໃຫ້ ນະຄອນ ໂຮ່ຈິມິນ ສືບ​ຕໍ່​ເປີດກວ້າງພື້ນທີ່ສົນທະນາ, ເພີ່ມທະວີການເຊື່ອມຕໍ່ກັບບັນ​ດາຄູ່ຮ່ວມມືຍຸດທະສາດ ແລະ ເຂົ້າຮ່ວມເຄືອຂ່າຍພັດທະນານະວັດຕະກຳທົ່ວໂລກ ຢ່າງເລິກເຊິ່ງກວ່າ.”

​ການ​ສົນ​ທະ​ນາມິດຕະພາບນະຄອນ ໂຮ່ຈິມິນ ຄັ້ງທີ 3 ປີ 2026 ຈັດ​ຂຶ້ນ​ແຕ່ວັນທີ 10 ຫາວັນທີ 12 ກັນຍາ ຢູ່​ຕາ​ແສງ ວຸງເຕົ່າ. ເຫດການໄດ້ດຶງດູດຜູ້ແທນ ຢູ່ພາຍໃນ ແລະ ສາ​ກົນເກືອບ 500 ຄົນ.


top