ໃນຊຸມມື້ນີ້, ໃນທົ່ວຖະໜົນຫົນທາງ ສາຍສຳຄັນຂອງ ນະຄອນ ດ້ຽນບຽນຝູ ເຊັ່ນ: ຖະໜົນ ຫວໍງວຽນຢາບ, ຖະໜົນ 7-5, ຖະໜົນ ເຈິ່ນການ, ຖະໜົນ ເຈື່ອງຈິງ, ຖະໜົນ ຟ້າມວັນດົ່ງ ແລະ ຢູ່ຕາມບັນດາສະຖານທີ່ ປະຫວັດສາດ ທີ່ມີຊື່ສຽງ ຢູ່ໃສກໍ່ໄດ້ຮັບການປະດັບປະດາດ້ວຍມີທຸງ, ດອກໄມ້, ປ້າຍໂຄສະນາ, ປ້າຍຄຳຂວັນ ເພື່ອ ຂ່ຳນັບຮັບຕ້ອນ ເຫດການ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ
ທີ່ “ສະໜັ່ນຟ້າ, ສະເທືອນດິນ”.
ທາງວົງວຽນຢູ່ເຂດອະນຸສາວະລີ ໄຊຊະນະ ດ້ຽນບຽນຝູ ໄດ້ຮັບການປະດັບປະດາ ດ້ວຍບັນດາກະຖາງດອກໄມ້ ທີ່ເຕັມໄປດ້ວຍສີສັນ.
ປ້າຍໂຄສະນາຂະໜາດໃຫຍ່ຖືກຈັດວາງ ຢູ່ຕາມຖະໜົນ ແລະ ເສັ້ນທາງຫຼາຍສາຍ ຂອງນະຄອນ ດ້ຽນບຽນຝູ ເພືື່ອຂຳ່ນັບຮັບຕ້ອນວັນບຸນໃຫຍ່.
ປ້າຍໂຄສະນາ, ປ້າຍຄຳຂວັນ ເຕັມຖະໜົນຂອງນະຄອນ ດ້ຽນບຽນຝູ.
ຖະໜົນທາງໜ້າ ເຂດອານຸສາວະລີ ໄຊຊະນະ ດ້ຽນບຽນຝູ ໄດ້ຮັບການປະດັບປະດາດ້ວຍທຸງ ແລະ ດອກໄມ້.
ຂົວ ແທງບິ່ງ, ແມ່ນໂຄງການສຳຄັນ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຊຶ່ງເປັນຂົວ ກ່າຍຂ້າມແມ່ ນ້ຳຣົ໋ມ.
ເຕັມໄປດ້ວຍທຸງ ແລະ ດອກໄມ້ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ຖະໜົນ ຫວໍງວຽນຢາບ.
ປ້າຍໂຄສະນາ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ເດັ່ນຂຶ້ນຢູ່ຕາມຖະຫນົນ.
ກ່ອນໜ້ານັ້ນ, ແຂວງ ດ້ຽນບຽນ ໄດ້ສຸມໃສ່ປະຕິບັດ ຫຼາຍໂຄງການຍົກລະດັບ ແລະ ສ້ອມແປງຖະໜົນຫົນທາງ, ສະໜາມກິລາ ລະບົບໄຟສ່ອງແສງສະຫວ່າງ... ທີ່ໄດ້ຮັບຄວາມເສຍຫາຍ. ສຳລັບຈຳນນວນໂຄງການກໍ່ສ້າງໃໝ່ ຄື: ຂົວ ແທງບິ່ງ, ໂຮງຮຽນປະຖົມ ຮ່າໂນ້ຍ-ດ້ຽນບຽນ, ເຮືອນພັກແຂວງ ແລະ ຖະໜົນຫົນທາງສາຍໃໝ່ຈຳນວນໜຶ່ງ ກໍ່ໄດ້ຮັບການອະນາໄມຢ່າງຮີບດ່ວນ, ເຮັດໃຫ້ສຳເລັດ ແລະ ປະດັບປະດາດ້ວຍທຸງ, ດອກໄຟ, ຕົ້ນໄມ້ປະດັບເອ້... ເພື່ອຂຳ່ນັບຮັບຕ້ອນວັນບຸນໃຫຍ່ຂອງຊາດ.
ພິທີສະເຫຼີມສະຫຼອງ, ແຫ່ຂະບວນ, ສວນສະໜາມ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈະໄດ້ຮັບການດຳເນີນໄປ ໃນຕອນເຊົ້າ ວັນທີ 7 ເດືອນ ພຶດສະພາ ຢູ່ສະໜາມກິລາ ແຂວງ ດ້ຽນບຽນ. ນີ້ແມ່ນຈຸດເດັ່ນທີ່ສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ເພື່ອສະແດງກຳລັງ, ຖານະບົດບາດ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ ຂອງໄຊຊະນະ ດ້ຽນບຽນຝູ. ມາຮອດປັດຈຸບັນ, ວຽກງານການກະກຽມໃຫ້ ວັນບຸນໃຫຍ່ ແມ່ນກຽມພ້ອມແລ້ວ, ຖະໜົນຫົນທາງ ກວ້າງຂວາງ ແລະ ສະອາດ ສວຍງາມ, ຈິດໃຈຂອງປະຊາຊົນ ກໍ່ຍັງມີຄວາມເບີກບານມ່ວນຊື່ນຍິ່ງຂຶ້ນ ເພື່ອລໍຖ້າຕ້ອນຮັບຊ່ວງເວລາປະຫວັດສາດ ທີ່ຈະມາເຖິງ ໃນດິນແດນແຫ່ງວິລະຊົນນີ້.