ຂ່າວສານ

ນະຄອນໂຮ່ຈິມີນໄຂຖະຫນົນດອກໄມ້ບຸນເຕັດປີຈໍ 2018

ຖະຫນົນ ຫງວຽນເຫ້ວ ບຸນເຕັດປີຈໍ 2018 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 13 ກຸມພາ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. 

ຖະຫນົນດອກໄມ້ຫງວຽນເຫ້ວ

ຖະຫນົນດອກໄມ້ ຫງວຽນເຫ້ວ ດ້ວຍຄວາມຍາວ 720 ແມັດ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ຖືກແບ່ງເປັນ 3 ຕອນ ດ້ວຍຫົວຂໍ້ຄື: ລະດູບານໃຫມ່ນະຄອນໂຮ່ຈິມີນ, ການເຊື່ອມໂຍງ ແລະ ພັດທະນາ, ກ້າວຂຶ້ນອະນາຄົດ”. ເອື້ອຍ ຮີ່ງມີງງອກຖາວ ນັກທ່ອງທ່ຽວມາຈາກແຂວງ ບີງເຢືອງ ເຂົ້າຮ່ວມຖະຫນົນດອກໄມ້ຫງວຽນເຫ້ວ ແບ່ງປັນວ່າ:

        “ຖະຫນົນດອກໄມ້ສາຍນີ້ ແຕ່ດົນແລ້ວແມ່ນຈຸດວັດທະນະທຳຂອງນະຄອນ ໂຮ່ຈິມີນ, ບໍ່ພຽງແຕ່ສຳລັບປະຊາຊົນ ນະຄອນໂຮ່ຈິມີນ ເທົ່ານັ້ນ ຫາກປະຊາຊົມຢູ່ເຂດອ້ອມຂ້າງກໍ່ເຄີຍມານີ້ເພື່ອເຂົ້າຮ່ວມບັນຍາກາດຕ້ອນຮັບບຸນເຕັດ. ແຕ່ລະປີລ້ວນແຕ່ມີຈຸດພິເສດສະເພາະ, ປີນີ້ ສັນຍາລັກແມ່ນຮູບພາບໂຕໝາ ໄດ້ປະດັບປະດາຢູ່ຕາມຖະຫນົນມີຄວາມສູງ 2 ແມັດ ຫນ້າຕາເປັນຕາຮັກ ເປັນການສະແດງໃຫ້ເຫັນປີໃຫມ່ເຕັມໄປດ້ວຍຄວາມໂຊກລາບ.”

(ແຫຼ່ງຄັດຈາກ VOV)



top